ຫວຽດນາມເຂົ້າຮ່ວມງານບຸນອາຫານການກິນອາຊຽນຢູ່ມາເກົາ(ຈີນ)

ຫວຽດນາມເຂົ້າຮ່ວມງານບຸນອາຫານການກິນອາຊຽນຢູ່ມາເກົາ(ຈີນ) - ảnh 1
ງານ​ບຸນອາຫານການ​ກິນ ອາ​ຊຽນ ຄັ້ງ​ທີ 17
(ພາບ: tintuc)

(vovworld) - ຕອນ​ຄ່ຳ​ວັນ​ທີ 13/08, ງານ​ບຸນອາຫານການ​ກິນ ອາ​ຊຽນ ຄັ້ງ​ທີ 17 ຖືກ​ໄຂ​ຂຶ້ນ​ຢູ່ສະໜາມຫລວງ ຊານ​ເຕີ​ງ ​ເຂດບໍລິຫານ​ການ​ເມືອງ​ພິ​ເສດ ມາ​ເກົາ (ຈີນ). ງານບຸນ​ອາຫານການ​ກິນ ອາ​ຊຽນ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ບັນດາ​ປະ​ເທດ ອາ​ຊຽນ ພົບ​ປະ​ແລກປ່ຽນ, ​ເພີ່ມ​ທະວີ​ນຳ້​ໃຈ​ສາມັກຄີ, ປະກອບສ່ວນ​ພ້ອມ​ກັນ​ສ້າງ​ປະຊາ​ຄົມ​ລວມ ອາ​ຊຽນ ​ໃຫ້ນັບ​ມື້​ນັບຈະ​ເລີ​ນຮຸງ​ເຮືອງ, ວັດທະນາ​ຖາວອນ. ຜ່ານ​ນັ້ນ ຊຸກຍູ້​ຄວາມ​ສະ​ໜິດຕິ​ດພັນ​ລະຫວ່າງ ອາ​ຊຽນ ກັບ ມາ​ເກົາ ​ເວົ້າ​ສະ​ເພາະ ​ແລະ ລະຫວ່າງ ອາ​ຊຽນ ກັບ ຈີນ ​ເວົ້າ​ລວ​ມກ່ວາ​ອີກ. ​ແລະ​ກໍ່​ໃນ​ງານ​ບຸນນີ້, ປະຊາຊົນ​ບັນດາ​ປະ​ເທດ ອາ​ຊຽນ ​ໄດ້ສະ​ແດງບັນດາ​ບົດ​​ເພງ, ວາດ​ຟ້ອນ​ກໍ່​ຄື​ບັນດ​າ​ເຍື່ອງ ອາຫານ ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍສີສັນ​ວັດທະນະທຳ​ຂອງ​ແຕ່ລະ​ປະ​ເທດ. ນີ້​ແມ່ນ​ຄັ້ງ​ທີ 2 ທີ່ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ບຸນອາຫານການ​ກິນ​ນີ້. ບັນດາ​ເຍື່ອງ​ອາຫານ​ພື້ນ​ເມືອງ​ຂອງ ຫວຽດນາມ ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ປະຊາຊົນປະຈຳ​ຖິ່ນ​ກໍ່​ຄື​ຜູ້​ຊົມ ​ແລະ ​ເພື່ອນ​ມິດສາ​ກົນ. ຜະລິດ​ຕະພັນ​ກະ​ເສດ​ຫລາຍ​ສະ​ນິດ​ທີ່​ລື​ຊື່​ຂອງ ຫວຽດນາມ ຄື ກາ​ເຟ, ໝາກມ່ວງ​ຫິມະພານ ກໍ່​ຖືກ​ນຳ​ມາ​ແນະນຳ​ຢູ່​ງານບຸນ​ອາຫານການ​ກິນ​ນີ້.

 

ຂ່າວ/ບົດ​ອື່ນ