ຫວຽດນາມເຂົ້າຮ່ວມງານວາງສະແດງການຄ້າອິນໂດເນເຊຍ ຄັ້ງທີ 32

(VOVWORLD) -ວັນທີ 11 ຕຸລາ, ງານວາງສະແດງການຄ້າອິນໂດເນເຊຍ (TEI) ຄັ້ງທີ 32 ດ້ວຍຫົວຂໍ້ວ່າ “ຄູ່ຮ່ວມມືທົ່ວໂລກໃຫ້ແກ່ແຫຼ່ງຊັບພະຍາກອນທຳມະຊາດແບບຍືນຍົງ” ຖືກດຳເນີນຢູ່ສູນວາງສະແດງ Bumi Serpong Damai.

ຫວຽດນາມເຂົ້າຮ່ວມງານວາງສະແດງການຄ້າອິນໂດເນເຊຍ ຄັ້ງທີ 32 - ảnh 1 ຫວຽດນາມເຂົ້າຮ່ວມງານວາງສະແດງການຄ້າອິນໂດເນເຊຍ ຄັ້ງທີ 32

(ພາບ: dangcongsan.vn)

ເຂົ້າຮ່ວມງານວາງສະແດງຄັ້ງນີ້ມີນັກທຸລະກິດຫວຽດນາມ 21 ຄົນ, ໃນຈຳນວນ ນັກທຸລະກິດ 4.500 ຄົນທີ່ມາຈາກ 79 ປະເທດ ແລະ ເຂດແຄ້ວນ. ບັນດາບໍລິສັດຂອງຫວຽດນາມ ເຂົ້າຮ່ວມງານວາງສະແດງດ້ວຍຄວາມປາດຖະໜາ ຢາກຊອກຫາຄູ່ຮ່ວມມືດຳເນີນທຸລະກິດອິນໂດເນເຊຍ ສະເພາະກ່ຽວກັບດ້ານສະບຽງອາຫານ, ເຂົ້າໜົມ, ເຄື່ອງດື່ມ, ຜະລິດຕະພັນກະເສດ…

        ໃນໄລຍະດຳເນີນເຫດການ TEI 32, ສະຖານທູດອິນໂດເນເຊຍ ປະຈຳຮ່າໂນ້ຍ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳອິນໂດເນເຊຍ (KADIN) ຈັດກອງປະຊຸມດ້ວຍການເຂົ້າຮ່ວມຂອງບັນດາບໍລິສັດອິນໂດເນເຊຍ ທີ່ພວມມີຄວາມປາດຖະໜາຢາກລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ. ຫົວຂໍ້ຂອງກອງປະຊຸມແມ່ນກ່ຽວຂ້ອງເຖິງບັນດາສິ່ງທ້າທາຍ ແລະ ກາລະໂອກາດໃນການດຳເນີນທຸລະກິດຢູ່ຫວຽດນາມ ແລະ ອິນໂດເນເຊຍ, ບັນດາລະບຽບການ ແລະ ກົນໄກລົງທຶນ, ຂາອອກຂາເຂົ້າ…

ຕອບກັບ

ຂ່າວ/ບົດ​ອື່ນ