ຫວຽດນາມເຂົ້າຮ່ວມວັນບຸນອາຊຽນຢູ່ການາດາ

ຫວຽດນາມເຂົ້າຮ່ວມວັນບຸນອາຊຽນຢູ່ການາດາ - ảnh 1
ການ​ດຶງ​ເຊືອກ​ທີ່​ວັນ​ບຸນ
(ພາບ: Lê Hoàng/Vietnam+)

(vovworld) – ວັນ​ທີ 6/6,  ສະ​ຖານ​ທູດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ປະ​ຈຳ ກາ​ນາ​ດາ ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ ອາ​ຊຽນ, ​ທີ່ຈັດ​ຕັ້ງ​ປະ​ຈຳ​ປີ​ຢູ່ Ottawa. ໃນ​ວັນ​ບຸນ​ດັ່ງ​ກ່າວ, ບັນ​ດາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ອາ​ຊຽນ ໄດ້​ເຂົ້າ​ຮ່ວມ​ການ​​ລະຫຼິ້ນຕ່າງໆ ແລະ ໄດ້​ຮັບ​ປະ​ທານ​ອາ​ຫານ​ທີ່​ເປັນ​ມູ​ນ​ເຊື້ອ​ຂອງ​ແຕ່​ລະ​ປະ​ເທດ​ສະ​ມາ​ຊິກ.

        ວັນ​ບຸນ ອາ​ຊຽນ ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຈຳ​ປີ. ສະ​ຖານ​ທູ​ດແຕ່​ລະ​​​ປະ​ກາດ​ຈະ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​​ການ​ແຂ່ງ​ຂັນ​ບາງ​ຢ່າງເພື່ອ​ແນ​ໃສ່​ສ້າງ​ໂອ​ກາດ​ພົບ​ປະ​ສັງ​ສັນ, ພົວ​ພັ​ນ​ແລກ​ປ່ຽນ ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂຶ້ນ​ກັບ​ບັນ​ດາ​ອົງ​ການ​ຕາງ​ໜ້າ​ຂອງ ອາ​ຊຽນ ປະ​ຈຳ ກາ​ນາ​ດາ. ປະ​ຈຸ​ບັນ, ຢູ່ Ottawa ມີ​ອົງ​ການ​ຕາງ​ໜ້າ​ຂອງ 7 ປະ​ເທດ ອາ​ຊ​ຽ​ນ ໃນ​ນັ້ນ​ມີ: ຫວຽດ​ນາມ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ໄທ, ມຽນ​ມາ, ຟີ​ລິບ​ປິນ ແລະ ບ​ຣູ​ໄນ.


ຂ່າວ/ບົດ​ອື່ນ