ຫວຽດນາມເຂົ້າຮ່ວມເວທີປາໄສ ອາຊຽນ-ຍີປຸ່ນ ຄັ້ງທີ 33

(VOVWORLD) -ວັນທີ 13 ມິຖຸນາ, ເວທີປາໄສ ອາຊຽນ-ຍີປຸ່ນ ຄັ້ງທີ 33 ໄດ້ຖືກໄຂຂຶ້ນຢູ່ໂຕກຽວປະເທດຍີປຸ່ນ. ນີ້ແມ່ນການສົນທະນາປະຈຳປີຂັ້ນຮອງລັດຖະມົນຕີການຕ່າງປະເທດອາຊຽນໃນຂອບເຂດການສົນທະນາ ອາຊຽນ-ຍີປຸ່ນ ເພື່ອແນໃສ່ສຳຫຼວດກວດຄືນ ແລະ ປຶກສາຫາລືບັນດາມາດຕະການເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມື ອາຊຽນ-ຍີປຸ່ນ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໋ວກຢຸງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມ ເວທີປາໄສ.
ຫວຽດນາມເຂົ້າຮ່ວມເວທີປາໄສ ອາຊຽນ-ຍີປຸ່ນ ຄັ້ງທີ 33  - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໋ວກຢຸງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໋ວກຢຸງ ໄດ້ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງຍີປຸ່ນທີ່ມີຕໍ່ພາກພື້ນ, ຊົມເຊີຍຍີປຸ່ນໝັ້ນໝາຍສະໜັບສະໜູນບົດບາດໃຈກາງຂອງອາຊຽນ, ຊ່ວຍໜູນອາຊຽນໃນການກໍ່ສ້າງປະຊາຄົມ, ພັດທະນາອະນຸເຂດ, ເພີ່ມທະວີການເຊື່ອມຕໍ່, ຮັດແຄບຄວາມແຕກໂຕ່ນກັນໃນການພັດທະນາ ແລະ ກໍ່ສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດ. ເມື່ອແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໋ວກຢຸງ ໄດ້ຊົມເຊີຍບັນດາຄວາມຄືບໜ້າຢ່າງຕັ້ງໜ້າໃນມໍ່ໆມານີ້ຢູ່ແຫຼມເກົາຫຼີ, ພິເສດ ແມ່ນຊົມເຊີຍໝາກຜົນກອງປະຊຸມສຸດຍອດ ອາເມລິກາ - ສປປເກົາຫຼີ ທີ່ຜ່ານມາ, ພ້ອມທັງຢືນຢັນສະໜັບສະໜູນສັນຕິພາບ, ສະຖຽນລະພາບ ແລະ ການສ້າງແຫຼມເກົາຫຼີປອດນິວເຄຼຍ. 

ຕອບກັບ

ຂ່າວ/ບົດ​ອື່ນ