ຫວຽດນາມເຂົ້າຮ່ວມເວທີປາໄສກອງປະຊຸມສຸດຍອດໂລກກ່ຽວກັບສັງຄົມສື່ສານ

ຫວຽດນາມເຂົ້າຮ່ວມເວທີປາໄສກອງປະຊຸມສຸດຍອດໂລກກ່ຽວກັບສັງຄົມສື່ສານ - ảnh 1
ທ່ານ ຟ້າ​ມຮົ່ງຫາຍ​ ກ່າວຄຳເຫັດທີ່ກອງປະຊຸມ
(ພາບ: TTXVN)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 02 – 06/05, ທ່ານ ຟ້າ​ມຮົ່ງຫາຍ​ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງຖະ​ແຫຼ​ງຂ່າ​ວ - ສື່ສານ ​ໄດ້ນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ກອງ​ປະຊຸມ​ສຸດ​ຍອດ​ໂລກ​ກ່ຽວ​ກັບ​ສັງຄົມ​ສື່​ສານ​ປີ 2016 ຢູ່​ນະຄອນ ​ເຊີ​ແນວ (ສະ​ວິດ). ​ເວທີ​ປາ​ໄສ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກ່ວາ 1.500 ທ່ານ​ທີ່​ມາ​ຈາກ 140 ປະ​ເທດ. ​ເວທີ​ປາ​ໄສ​ສະຫງວນ 2 ​ວັນ ຄື​ວັນ​ທີ 03 ​ແລະ ວັນ​ທີ 04/05 ​ໃຫ້​ບັນດາ​ລັດຖະມົນຕີ ​ແລະ ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ, ການ​ນຳ​ວິ​ສາ​ຫະກິດ ​ແລະ ອົງການ​ຈັດ​ຕັ້ງ​ສັງຄົມ​ຕ່າງໆ ດ້ວຍ​ບັນດາ​ວາລະ​ເຈລະຈາ, ກອງ​ປະຊຸມ​ໂຕະມົນ ​ເພື່ອ​ແນ​ໃສ່​ບັນດາ​ຝ່າຍ​​ແບ່ງປັນ, ​ແລ​ກປ່ຽນ​ຂໍ່ມູນ​ຂ່າວ​. ທີ່​ວາລະ​ປະຊຸມ​ກ່ຽວ​ກັບ “ຮັດ​ແຄບ​ຊ່ອງ​ຫວ່າງ​ເລກ​” ທ່ານ ຟ້າ​ມຮົ່ງຫາຍ​ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງຖະ​ແຫຼ​ງຂ່າ​ວ - ສື່ສານ ​ແນະນຳ​ນະ​ໂຍບາຍ, ວິທີ​ການ​ຜັນ​ຂະຫຍາຍ ​ເຊິ່ງ ຫວຽດນາມ ປະຕິບັດ​ໃນ​ຊຸມ​ປ​ີຜ່ານ​ມາ ​ແນ​ໃສ່​ຮັດ​ແຄບ​ຊ່ອງ​ຫວ່າງ​ເລກ​ລະຫວ່າງ​ບັນດາ​ເຂດ​ຊົນນະບົດ ​ແລະ ຕົວ​ເມືອງ, ຄົນ​ຮັ່ງ​ມີ ​ແລະ ຄົນ​ທຸກ​ຍາກ. ທ່ານ ຟ້າ​ມຮົ່ງຫາຍ​ ກໍ່​ແບ່ງປັນ​ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ ​ເຊິ່ງ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ພວມ​ພັດທະນາ​ເວົ້າ​ລວ​ປະສົບ. ຈາກ​ນັ້ນ ຫວຽດນາມ ຮຽກຮ້ອງ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ບັນດາ​ປະ​ເທດ​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ ​ເພື່ອ​ໃຫ້ ຫວຽດນາມ ອາດ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ​​ລວມທີ່​ອະນຸ​ຍາດ​ໃຫ້ເຊື່ອ​ມຕໍ່​ລະຫວ່າງ​ບັນດາ​ຊົນ​ເຜົ່າ, ປະຊາ​ຄົມ​ໃນ​ທົ່ວ​ໂລກນຳກັນ.


ຂ່າວ/ບົດ​ອື່ນ