ຫວຽດນາມເຂົ້າຮ່ວມເວທີປາໄສອາຊີ-ບົວຢາວ2014

ຫວຽດນາມເຂົ້າຮ່ວມເວທີປາໄສອາຊີ-ບົວຢາວ2014 - ảnh 1
ເວທີ​ປາ​ໄສອາຊີ-ບົວ​ຢາ​ວ2011
(ພາບ:Getty Images)

(vovworld) – ​ ເວທີ​ປາ​ໄສ ອາຊີ ບົວ​ຢາ​ວ 2014 ຈະ​ຖືກ​ດຳ​ເນີນ​ຢູ່ຕົວ​ເມືອງ ບົວ​ຢາ​ວ, ​ໄຫໜານ, ປະ​ເທດ ຈີນ ​ແຕ່​ວັນ​ທີ 8/4 – 11/4, ຄະນະ​ຜູ້​ແທນ ຫວຽດນາມໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູ້ດຶກ​ດາມ ນຳໜ້າ ​ເຂົ້າຮ່ວມເວທີ​ປາ​ໄສ ອາຊີ ບົວ​ຢາ​ວ 2014​. ນອກຈາກ​ ຫວຽດນາມ ​ແລ້ວ,​ ຍັງ​ມີ​ການ​ນຳ​ລັດຖະບານ​ຂອງ 8 ປະ​ເທດ​ຢູ່​ໃນ​ພາກພື້ນ. ຕາມ​ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ຈິນ ຫົງ​ເຫຼີຍ ​ແລ້ວ, ທ່ານ​ນາຍົກລັດຖະມົນຕີ ຈີນ ຫຼີເຄືອສຽງ ຈະ​ມີບົດ​ກ່າວ​ປາ​ໄສ​ໃນ​ພິທີ​ໄຂ​ເວທີ​ປາ​ໄສ.

    ເວທີ​ປາ​ໄສ ອາຊີ ບົວ​ຢາ​ວ ຖືກ​ຈັດຕັ້ງ​ປະຈຳ​ປີ, ​ນີ້ແມ່ນ​ເວທີ​ປາ​ໄສ​ສາກົນ​ທີ່​ບໍ່​ຂຶ້ນກັບ​ລັດຖະບານ ​ແລະ ບໍ່​ຄິດ​ໄລ່​ເຖີງກຳ​ໄລທີ່​ສະຫງວນໃຫ້​ແກ່​ບັນດາ​ການ​ນຳ​ລັດຖະບານ, ວິ​ສາ​ຫະກິດ ​ແລະ ​ນັກຄົ້ນຄວ້າ​ຂອງ​ບັນດາ​ປະ​ເທດ​ອາຊີ ​ແລະ ທະວີບອື່ນໆ, ​ເພື່ອ​​ແນ​ໃສ່ແບ່ງປັນວິ​ໄສ​ທັດ​ກ່ຽວກັບທຸກ​ບັນຫາ​ໃນ​ພາກພື້ນ ​ແລະ ​ໃນ​ໂລກ.



ຂ່າວ/ບົດ​ອື່ນ