ຫວຽດນາມເຂົ້າຮ່ວມເວທີປາໄສເສດຖະກິດໂລກຄັ້ງທີ44ຢູ່Davos

ຫວຽດນາມເຂົ້າຮ່ວມເວທີປາໄສເສດຖະກິດໂລກຄັ້ງທີ44ຢູ່Davos - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ:
Tố Uyên - TTXVN)

(vovworld) – ວັນ​ທີ 24/1, ຕາງໜ້າຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ເສດຖະກິດ​​ໂລກ ຄັ້ງທີ 44 (WEF 44) ຢູ່ Davos, ປະ​ເທດ​ສະ​ວິດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​​ໃນ​ຖານະ​ເປັນ​ນັກ​ປາຖະກະຖາ​ທີ່​ວາລະ​ປະຊຸມ​ດ້ວຍ​ຫົວ​ຂໍ້​ວ່າ: “ສ້າງ​ຮູບ​ຮ່າງ ອາ​ຊຽນ ຄືນ​ໃໝ່ ​ແລະ ບັນດາ​ການ​ກະທົບ​ເຖິງ​ການ​ເຕີບ​ໂຕ​ຢູ່ ອາຊີ ຕາ​ເວັນ​ອອກ”. ຄະນະ​ຜູ້​ແທນ ຫວຽດນາມ ກໍ່​ເຂົ້າ​ຮ່ວມ​ວາລະ​ປະຊຸມວົງ​ແຄບ (IGWEL) ລະຫວ່າງ​ບັນດາ​ການ​ນຳ​ເສດຖະກິດ​ໂລກ. ຄຽງ​ຄູ່​ບັນດາ​ການ​ແລກປ່ຽນຂັ້ນ​ສູງທີ່​ກອງ​ປະຊຸມ​ປະຈຳ​ປີ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) 44 ທີ່​ພວມ​ຈັດ​ຂຶ້ນ​ຢູ່ Davos, ປະ​ເທດ​ສະ​ວິດ, ຄະນະ​ຜູ້​ແທນ ຫວຽດນາມຍັງ​ດຳ​ເນີນ​ການ​ເຮັດ​ວຽກ ​ແລະ ພົບ​ປະ​ຢູ່​ນອກ​ກອງ​ປະຊຸມ. ຕອນ​ເຊົ້າ​ວັນ​ທີ 24/1, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທ​ດ ຟ້າ​ມບິ່ງ​ມິ​ງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາງ Catherine Ashton, ຜູ້ຕາງໜ້າ​ຂັ້ນ​ສູງ​ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ຂອງສະຫະພາບ ​ເອີ​ລົບ (ອີ​ຢູ), ພົບ​ປະ​ຜູ້ຕາງໜ້າ​ການຄ້າ ອາ​ເມ​ລິ​ກາ, ​ເອກ​ອັກຄະ​ລັດຖະທູດ Michael B.G. Froman ​ແລະ ມີ​ການ​ພົບ​ປະ​ຄັ້ງ​ຕ່າງໆ​ກັບ​ບັນດາ​ນັກ​ການ​​ເມືອງ​ຄື: ຜູ້ອຳນວຍການ​ປະສານ​ງານ WEF Rosler Philipp, ລັດຖະມົນຕີ​ການ​ຕ່າງປະ​ເທດ ອີຣານ..​​.

    ຫົວ​ຂໍ້​ຂອງ​ກອງ​ປະຊຸມ WEF ຄັ້ງ​ທີ 44 ​ແມ່ນ “ສ້າງ​ຮູບ​ຮ່າງ​ໂລກ​ຄືນ​ໃໝ່: ບັນດາ​ຜົນ​ພາຍຫຼັງ​ກ່ຽວ​ກັບ​ສັງຄົມ, ການ​ເມືອງ ​ແລະ ດຳ​ເນີນ​ທຸລະ​ກິດ”, ກອງ​ປະຊຸມ​ໄດ້ດຶງ​ດູດ​​ຜູ້​ແທນ 2.500 ທີ່​ມາ​ຈາກກ່ວາ 100 ປະ​ເທດ​ໃນ​ໂລກ​ເຂົ້າ​ຮ່ວມ.

 

 

ຂ່າວ/ບົດ​ອື່ນ