ຫວຽດນາມເຂົ້າຮ່ວມເວທີປາໄສໃຫຍ່ສຸດໃນພາກພື້ນກ່ຽວກັບການສຶກສາມະຫາວິທະຍາໄລແລະຄົ້ນຄ້ວາພາສາຝລັ່ງ.

ຫວຽດນາມເຂົ້າຮ່ວມເວທີປາໄສໃຫຍ່ສຸດໃນພາກພື້ນກ່ຽວກັບການສຶກສາມະຫາວິທະຍາໄລແລະຄົ້ນຄ້ວາພາສາຝລັ່ງ. - ảnh 1
ພາບ​ປະ​ກອບ

(vovworld)-​ວັນ​ທີ 4/4, ກອງ​ປະ​ຊຸມ​ອະ​ທິ​ການ​ບໍ​ດີ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​​ໃນ​ກຸ່ມ​ປະ​ເທດ​ໃຊ້ພາ​ສາ​ຝ​ລັ່ງ ຢູ່ ອາ​ຊີ - ປາ​ຊີ​ຟີກ ຄັ້ງ​ທີ 12 (CONFRASIE) ໄດ້​ໄຂ​ຂຶ້ນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Rangit ຢູ່ ນະ​ຄອນ​ຫລວງ ບາງກອກ ປະ​ເທດ​ໄທ ດ້ວຍ​ຫົວ​ຂໍ້​ຈຸດ​ສຸມ “ມະ​ຫາ​ວິ​ທະ​ຍາ​ໄລ ອາ​ຊີ ປາ​ຊີ​ຟີກ: ວັນ​ນີ້ ແລະ ອະ​ນາ​ຄົດ”. ເຫດ​ການ​ດັ່ງ​ກ່າວ​ໄດ້​ດຶງ​ດູດ​ຜູ້​ແທນ 100 ຄົນ ​ສັງ​ກັດ​ບັນ​ດາ​ອົງ​ການ​ສຶກ​ສາ ແລະ ຄົ້ນ​ຄ້​ວາ​ທີ່​ມາ​ຈາກ ກຳ​ປູ​ເຈຍ, ສ​ເກົາ​ຫລີ, ຈີນ, ລາວ, ມົງ​ໂກນ, New Caledonia, Fiji, ໄທ. ຫວຽດ​ນາມ​ເຂົ້າ​ຮ່ວມ​ເຫດ​ການ​ລວມ​ມີ​ຜູ້​ຕາງ​ຫ​ນ້າ​ຂອງ 52 ມະ​ຫາ​ວິ​ທະ​ຍາ​ໄລ​ນຳ​ໃຊ້​ພາ​ສາ​​ຝລັ່ງ.

ກອງ​ປະ​ຊຸມ CONFRASIE ຄັ້ງ​ທີ 12 ແມ່ນ​ໂອ​ກາດ​ເພື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ນະ​ໂຍ​ບາຍ​ຄ​ຸ້ມ​ຄອງ ແລະ ວິ​ທະ​ຍາ​ສາດ ກໍ​ຄື​ສິ່ງ​ທ້າ​ທາຍ​ໃຫ​ຍ່ ຊື່ງ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ພວມ​ປະ​ເຊີນ​ຫ​ນ້າ​ຄື: ຄຸນ​ນະ​ພາ​ບ​ຂອງ​ບັນ​ດາ​ຫລັກ​ສູດ​ບຳ​ລຸງ​ສ້າງ ແລະ ຄົ້ນ​ຄ້​ວາ, ກາ​ລະ​ໂອ​ກາດ​ວຽກ​ເຮັດ​ງານ​ທຳ​ຂອງ​ນັກ​ສຶກ​ສາ​ຮຽນ​ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ ກໍ​ຄືຄວາມ​ຮັບ​ຜິດ​ຊອບ​ສັງ​ຄົມ​ຂອງ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ. ຕາມ​ທ່ານ ຫງວຽນ​ງອກ​ດ້ຽນ, ປະ​ທານ CONFRASIE ແລ້ວ, ບັນ​ດາ​ບັນ​ຫາ​ປຶກ​ສາ​ຫາ​ລື​ທີ່​ເວ​ທີ​ປາ​ໄສ​ນີ້​ແມ່ນ​ພື້ນ​ຖານ​ກຳ​ນົດ​ເນື້ອ​ໃນ​ໃຫ້​ແກ່ກອງ​ປະ​ຊຸມ​ໃຫ​ຍ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ສະ​ມາ​ຊິກ​ຂອງ AUF ໃນ​ທົ່ວ​ໂລກ ຈະ​ດຳ​ເນີນ​ທີ່​ນະ​ຄອນ Marrakeck ຢູ່ ມາ​ຣົກ ໃນ​ເດືອນ 5 ຈະ​​ມາ​ເຖິງ. 


ຕອບກັບ

ຂ່າວ/ບົດ​ອື່ນ