ຫວຽດນາມເດັດດຽວຄັດຄ້ານບັນດາການເຄື່ອນໄຫວລະເມີດອະທິປະໄຕ

ຫວຽດນາມເດັດດຽວຄັດຄ້ານບັນດາການເຄື່ອນໄຫວລະເມີດອະທິປະໄຕ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ທິທູ​ຮັ່ງ 
(ພາບ: dangcongsan.vn)

(vovworld) - ວັນ​ທີ 29/4, ຫວຽດນາມ ​ເດັດ​ດຽວ​ຄັດຄ້ານ​ເລື່ອງ ຈີນ ຈັດ​ຕັ້ງ​ການ​ຊ່ວງ​ເຮືອ​( Glosbe) ຊິງ​ຂັນ ຕີ​ໜານ ຄັ້ງ​ທີ 5 ຢູ່​ໝູ່​ເກາະ ຮ່ວາງ​ຊາ, ສ້າງ​ຕັ້ງ​ຫ້ອງການ​ກົມ​ກວດກາ​ ​ໂລກລະບາດ, ກວດຄືນ​ການ​ເຂົ້າ​ອອກ​ໄຮ​ໜານ​ໃນ​ເກາະ ຟູ໋​ເລິ​ມ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ທິທູ​ຮັ່ງ ຢືນຢັນ​ວ່າ, ຫວຽດນາມ​ມີ​ພື້ນຖານ​ນິຕິ​ກຳ ​ແລະ ພະຍານ​ຫຼັກ​ຖານ​ປະຫວັດສາດ​ຢ່າງ​ຄົບ​ຖ້ວນ ​ເພື່ອ​ຢືນຢັນ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ​ສອງ​ໝູ່​ເກົາ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ບັນດາ​ການ​ເຄື່ອນ​ໄຫວ​ຂອງ ​ຈີນ ​ແມ່ນ​ການລະ​ເມີດ​ອະທິປະ​ໄຕ​ຂອງ ຫວຽດນາມ ​ແລະ ​ເຮັດ​ໃຫ້​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ສັບສົນ​ຂຶ້ນ​ຕື່ມ, ຫວຽດນາມ ຮຽກຮ້ອງ ຈີນ ບໍ່​ໄດ້​ດຳ​ເນີນ​ການ​ກະທຳ​ທີ່​ຄ້າຍຄື​ກັນ​ຕື່ມ​ອີກ.


ຕອບກັບ

ຂ່າວ/ບົດ​ອື່ນ