ຫວຽດນາມເດັດດຽວຕໍ່ສູ້ ແລະ ສະກັດກັ້ນການຄ້າມະນຸດ


ຫວຽດນາມເດັດດຽວຕໍ່ສູ້ ແລະ ສະກັດກັ້ນການຄ້າມະນຸດ - ảnh 1
ທ່ານ​ນາງ ຝ້າ​ມ​ທູ​ຮັ່ງ ຮອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​

(vovworld)- ວັນ​ທີ 29/7, ຕອບ​ສຳ​ພາດ​ນັກ​ຂ່າວ​ທີ່​ສະ​ເໜີ​ໃຫ້​ຮູ້​ປະ​ຕິ​ກິ​ລີ​ຍາ​ຂອງ​ຫວຽດ​ນາມ​ຕໍ່​ໜ້າ​ບົດ​ລາຍ​ງານ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ປີ 2015 ກ່ຽວ​ກັບ​ສະ​ພາບ​ການ​ຄ້າ​ມະ​ນຸດ​ໃນ​ໂລກ, ທ່ານ​ນາງ ຝ້າ​ມ​ທູ​ຮັ່ງ ຮອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ຊີ້​ແຈ້ງວ່າ :

     “ບົດ​ລາຍ​ງານ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ປີ 2015 ກ່ຽວ​ກັບ​ສະ​ພາບ​ການ​ຄ້າ​ມະ​ນຸດ​ໃນ​ໂລກ ໄດ້​ມີ​ຂໍ້ສັງ​ເກດບໍ່​ພາ​ວະ​ວິ​ໄສ, ບໍ່​ສ່ອງ​ແສງ​ໄດ້​ເຖິງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ໃຫຍ່ຫຼວງ​ຂອງ​ຫວຽດ​ນາມ​ໃນ​ການ​ຕໍ່​ສູ້, ປ້ອງ​ກັນ ແລະ ຕ້ານ​ອາດ​ຊະ​ຍາ​ກຳ​ຄ້າ​ມະ​ນຸດ​ໄລ​ຍະ​ຍະ​ທີ່​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ຢືນ​ຢັນ​ວ່າ ລັດ​ຖະ​ບານ​ຫວຽດ​ນາມ​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ ແລະ ໄດ້​ມີ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດຢ່າງ​ລະ​ອຽດ, ເດັດ​ດຽວ​ຕໍ່​ສູ້ ແລະ ສະ​ກັດ​ກັ້ນ​ການ​ຄ້າມ​ະນຸດ. ຄວາມ​ມາ​ນະ​ພະ​ຍາ​ຍາມ​ເຫຼົ່າ​ນີ້​ຂອງ​ຫວຽດ​ນາມ​ໄດ້​ຮັ​ບ​ການ​ຮັບ​ຮູ້​ຈາກຫຼາຍ​ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ, ໃນ​ນັ້ນ​ມີ​ທັງ​ອາ​ເມ​ລິ​ກາ ”

ຂ່າວ/ບົດ​ອື່ນ