ຫວຽດນາມເປັນຕົວເລືອກອັນດັບໜຶ່ງຂອງວິສາຫະກິດອາເມລິກາເມື່ອລົງທຶນໃນອາຊຽນ

ຫວຽດນາມເປັນຕົວເລືອກອັນດັບໜຶ່ງຂອງວິສາຫະກິດອາເມລິກາເມື່ອລົງທຶນໃນອາຊຽນ - ảnh 1
ພາບປະກອບ

(vovworld)- ນີ້​ແມ່ນ​ຜົນ​ການ​ສຳຫຼວດ​​ລ້າ​ສຸດ​ ຂອງ​ Asean Business Outlook (ABOS). ຕາມ​ຜົນ​ ຂອງ ABOS, ບັນ​ດາ​ວິ​ສາ​ຫະ​ກິດອາ​ເມ​ລິ​ກາ ມີ​ເຖິງ 40% ພວມ​ເຄື່ອນ​ໄຫວ ຢູ່​ອາ​​ຊຽນ ​ໄດ້ເລືອກ​​ເຟັ້ນຫວຽດ​ນາມ​ ເປັນ​ບ່ອນ​ຕໍ່​ໄປ ເພື່ອ​ເປີດກວ້າງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ, ເມື່ອທຽບ​ກັບ 38% ຂອງ​ອິນ​ໂດ​ເນ​ເຊຍ. ດັ່ງ​ນັ້ນ, ພາຍຫຼັງ​ 2 ປີລຽນ​ຕິດ ​ອັນ​ດັບ​ໜຶ່ງ, ປີນີ້, ຫວຽດ​ນາມ ໄດ້​ກັບ​ຄືນມາ​​ເປັນ​ອັນ​ດັບ​ໜຶ່ງ. ນອກ​ຈາກນັ້ນ, 80% ​ຈຳ​ນວນວິ​ສາ​ຫະ​ກິດອາ​ເມ​ລິ​ກາ ທີ່​ມີ​ໜ້າ ຢູ່​ຫວຽດ​ນາມ ​ໃຫ້​ຮູ້ວ່າ: ເຂົ້າ​ເຈົ້າ​ພວມ​ມີ​ແຜນ​ການ​ເປີດກວ້າງ​ການ​ເຄື່ອນ​ໄຫວ​ຕື່ມ​ອີກ. 72% ​ຈຳ​ນວນວິ​ສາ​ຫະ​ກິດ​​ອາ​ເມ​ລິ​ກາ ຢູ່ ຫວຽດ​ນາມ ຖື​ວ່າ: ສ​ະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ ໃນ​ປະ​ເທດ​ ພວມ​ໄດ້​ຮັບ​ການ​ປັບ​ປຸງ ແລະ ສ່ວນຫຼາຍ​ເຊື່ອ​ໝັ້ນ​ວ່າກຳ​ໄລ ​ຂອງ​ເຂົາ​ເຈົ້າ​ຈະເພີ່ມ​ຂື້ນ​ ໃນ ​ປີ 2017.

        ສ່ວນ​ ຄຸນ​ນະ​ພາບບຸກ​ຄະ​ລາ​ກອນ, ແຮງ​ງານ​ແມ່ນ​ຊາວ​ຫວຽດ​ນາມ ກໍ​່​ໄດ້​ຮັບ​ການຕີ​ລາ​ຄາ​ສູງ​ດີພໍ​ສົມ​ຄວນ. ພິ​ເສດ, ຄວາມ​ສາ​ມາດທາງ​ບັນ​ຊີ ແລະ ​ເຕັກ​ໂນ​ໂລ​ຊີຂໍ້​ມູນຂ່າວ​ສານ ​​ຂອງ​ຊາວ​ຫວຽດ​ນ​າມ ​ແມ່ນ​ດີ​ທີ່​ສຸດ​ ໃນອາ​ຊີ​ຕາ​ເວ​ັນ​ອອກ​ສຽງ​ໃຕ້ ເມື່ອ​ມີ​ພຽງ 3% ແລະ 13% ຂອງວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ​ ພົບ​ຄວາມ​ຫຍຸ້ງ​ຍາກ ໃນ​ການ​ຮັບ​ສະ​ໝັກ.

        ໝາກຜົນ​ການ​ສຳຫຼວດ​ດັ່ງ​ກ່າວ ​ຂອງ ABOS ອີງ​ໃສ່​ການ​ສຳຫຼວດ​ຄວາມ​ເຫັນ​ ຂອງກາ​ນ​ນຳ​ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ ປະ​ມານ 500 ​ຄົນ ທີ່​ພວມ​ເຄື່ອນ​ໄຫວ ​ຢູ່​ອາ​ຊີ​ຕາ​ເວ​ັນ​ອອກ​ສຽງ​ໃຕ້.


ຂ່າວ/ບົດ​ອື່ນ