ຫວຽດ​ນາມ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ກຸ່ມ​ປະ​ຕິ​ບັດ​ງານ​ກ່ຽວ​ກັບ​ ສານ​ສາ​ກົນ

(VOVWORLD) - ທ່ານເອກອັກຄະລັດຖະທູດ ໄດ້ຢັ້ງຢືນວ່າ ຄຳໝັ້ນສັນຍາຂອງ ຫວຽດນາມໃນຕຳແໜ່ງເປັນປະທານກຸ່ມປະຕິບັດງານຈະໜູນຊ່ວຍ, ຊຸກຍູ້ການໂອ້ລົມສົນທະນາ ດ້ວຍຈິດໃຈຮ່ວມມືລະຫວ່າງກຸ່ມປະຕິບັດງານ ແລະ ປະທານ, ພະນັກງານໄອຍະການ ແລະ ພະນັກງານຈ່າສານ.

ຫວຽດ​ນາມ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ກຸ່ມ​ປະ​ຕິ​ບັດ​ງານ​ກ່ຽວ​ກັບ​ ສານ​ສາ​ກົນ - ảnh 1 ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ

(ພາບ: TTXVN)

ວັນທີ 11 ທັນວາ, ຢູ່ນິວຢອກ, ອາເມລິກາ, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ປະທານກຸ່ມປະຕິບັດງານ ບໍ່ເປັນທາງການຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບ ສານສາກົນ, ໄດ້ເປັນປະທານກອງປະຊຸມປະຈຳ 6 ເດືອນຂອງກຸ່ມປະຕິບັດງານ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຈິດໃຈການຮ່ວມມື, ສ້າງສັນຂອງ ບັນດາສະມາຊິກໃນບັນດາວຽກງານຂອງກຸ່ມປະຕິບັດງານໃນປີ 2019. ທ່ານເອກອັກຄະລັດຖະທູດ ໄດ້ຢັ້ງຢືນວ່າ ຄຳໝັ້ນສັນຍາຂອງ ຫວຽດນາມໃນຕຳແໜ່ງເປັນປະທານກຸ່ມປະຕິບັດງານຈະໜູນຊ່ວຍ, ຊຸກຍູ້ການໂອ້ລົມສົນທະນາ ດ້ວຍຈິດໃຈຮ່ວມມືລະຫວ່າງກຸ່ມປະຕິບັດງານ ແລະ ປະທານ, ພະນັກງານໄອຍະການ ແລະ ພະນັກງານຈ່າສານ.

ກຸ່ມປະຕິບັດງານບໍ່ເປັນທາງການກ່ຽວກັບສານສາກົນ ແມ່ນອົງການ ໂດຍສະພາຄວາມໝັ້ນຄົງ ສປຊສ້າງຕັ້ງຂຶ້ນໃນປີ 2000.  ປັດຈຸບັນ, ຫວຽດນາມ ແມ່ນປະທານຂອງ 3 ອົງການສັງກັດ ລວມມີ: ກຸ່ມປະຕິບັດງານ, ຄະນະກຳມະການລົງໂທດກ່ຽວກັບຊູດັງໃຕ້ ແລະ ບີບັງ. ຕາມປົກກະຕິແລ້ວ, ອາຍຸການປະທານຂອງບັນດາອົງການສັງກັດຈະແກ່ຍາວເປັນເວລາ 2 ປີ ແລະ ໂດຍບັນດາກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ຮັບຜິດຊອບ.   

ຕອບກັບ

ຂ່າວ/ບົດ​ອື່ນ