ຫວຽດນາມເປັນເຈົ້າການ, ຕັ້ງໜ້າ, ປະກອບສ່ວນຢ່າງມີຄວາມຮັບຜິດຊອບໃຫ້ແກ່ອາຊຽນ

(VOVWORLD) -ກອງປະຊຸມຄັ້ງນີ້ແມ່ນໂອກາດເພື່ອໃຫ້້ ຫວຽດນາມ ສືບຕໍ່ຢືນຢັນແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າໂຕເອງ, ຫັນເປັນຫຼາຍຮູບແບບ ແລະ ຫຼາຍຝ່າຍ, ເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະ ເລິກເຊີ່ງກ້ວາງຂວາງ.
ຫວຽດນາມເປັນເຈົ້າການ, ຕັ້ງໜ້າ, ປະກອບສ່ວນຢ່າງມີຄວາມຮັບຜິດຊອບໃຫ້ແກ່ອາຊຽນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈີງ
(ພາບ: VGP)

ໂດຍໄດ້ຮັບຄຳເຊີ່ນຂອງ ກະສັດ ບຣຸໄນ Hansanal Bolkiah, ປະທານອາຊຽນປີ 2021, ໃນລະຫວ່າງວັນທີ 26 ຫາ 28 ຕຸລາ ປີ 2021, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈີງ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມຂັ້ນສູງ ອາຊຽນ ກັບບັນດາຄູ່ຮ່ວມມື, ກອງປະຊຸມຂັ້ນສູງແມ່ຂອງ - ສ. ເກົາຫຼີ ຄັ້ງທີ 3 ທາງອອນລາຍ.

ກອງປະຊຸມຄັ້ງນີ້ແມ່ນໂອກາດເພື່ອໃຫ້້ ຫວຽດນາມ ສືບຕໍ່ຢືນຢັນແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບແບບ ແລະ ຫຼາຍຝ່າຍ, ເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະ ເລິກເຊີ່ງກ້ວາງຂວາງ. ເສີມຂະຫຍາຍໝາກຜົນອັນດີງາມຂອງອາຍຸການເປັນປະທານ ອາຊຽນ 2020, ຫວຽດນາມ ສືບຕໍ່ເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ, ປະກອບສ່ວນໂດຍມີຄວາມຮັບຜິດຊອບເຂົ້າໃນວຽກງານລວມຂອງອາຊຽນ, ສົມທົບກັບປະທານ ບຣຸໄນ ຊຸກຍູ້ຂໍ້ບຸລິມະສິດຕ່າງໆຂອງ ຫວຽດນາມ ໃນປີອາຊຽນ 2020 ຕິດພັນກັບບັນດາຂໍ້ບຸລິມະສິດຂອງປີ 2021, ໂດຍສະເພາະແມ່ນການຮັບມືກັບໂລກລະບາດໂຄວິດ-19; ຊຸກຍູ້ບົດບາດຂອງ ອາຊຽນ ໃນການຮ່ວມມືອະນຸພາກພື້ນ…

ຄາດວ່າ, ກອງປະຊຸມຂັ້ນສູງຄັ້ງນີ້ຈະປະກາດເອກະສານ 10 ສະບັບ , ຮັບຮອງເອົາເອກະສານ 25 ສະບັບ, ຮັບຮອງເອົາເອກະສານ 66 ສະບັບລວມມີ: ຖະແຫຼງການ, ຍຸດທະສາດ, ກອບການຮ່ວມມື, ແຜນການກະທຳ, ບົດລາຍງານ, ເອກະສານວິໄສທັດ... ໃນຫຼາຍຂົງເຂດຕ່າງໆໃນ3ເສົາຄ້ຳການຮ່ວມມືຂອງ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ