ຫວຽດນາມເປັນເຈົ້າພາບຈັດເວທີປາໄສເດັກນ້ອຍອາຊຽນຄັ້ງທີ 14

ຫວຽດນາມເປັນເຈົ້າພາບຈັດເວທີປາໄສເດັກນ້ອຍອາຊຽນຄັ້ງທີ 14 - ảnh 1
(ພາບປະກອບ)

(vovworld) - ເວທີ​ປາ​ໄສ​ເດັກ​ນ້ອຍ​ອາ​ຊຽນຄັ້ງ​ທີ 14 ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 20-23/6, ຢູ່ ຮ່າ​ໂນ້ຍ, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ເດັກນ້ອຍ 35 ຄົນ​ທີ່​ມາ​ຈາກ 8 ປະ​ເທດ​ໃນ​ພາກ​ພື້ນ ອາ​ຊຽນ (ບໍ່​ນັບ ບຣູ​ໄນ), ທ່ານ​ຮອງ​ເລຂາທິການ​ໃຫຍ່ອາ​ຊຽນ, ຜູ້ຕາງໜ້າ​ພິ​ເສດ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດກ່ຽວ​ກັບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່ເດັກນ້ອຍ, ຕາງໜ້າ​ໃຫ້​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ເຂົ້າ​ຮ່ວມ. ດ້ວຍ​ຫົວ​ຂໍ້​ວ່າ “ອາ​ຊຽນໜຶ່ງ, ວິ​ໄສ​ທັດ​ດຽວ​ເພື່ອ​ເດັກ“ ​ເວທີ​ປາ​ໄສ​ປີ​ນີ້​ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ອາ​ຊຽນທີ່​​ໃກ້ຊິດສະໜິດສະໜົມກັບ​ເດັກນ້ອຍ, ​ເຊິ່ງ​ແມ່ນ​ແຫ່ງ​ທີ່​ເດັກນ້ອຍທຸກ​ຄົນຈະໄດ້​​ແບ່ງປັນ ​ແລະ​ຊົມ​ໃຊ້​ບັນດາ​ຄຸນຄ່າ​ລວມ, ປະກອບສ່ວນ​ກໍ່ສ້າງ​ປະຊາ​ຄົມອາ​ຊຽນ ທີ່​ຖື​ມະນຸດ​ເປັນ​ໃຈກາງ ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່​ສັງ​ຄົມ. ທ່ານ​ນາງ ​ເລ​ກິມຢຸງ, ຫົວໜ້າ​ກົມ​ຮ່ວມ​ມື​ກັບ​ສາກົນ (ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ), ​ໃຫ້​ຮູ້​ວ່າ:

ຫວຽດນາມ​ເຂົ້າ​ຮ່ວມ​ການຈັດ​ຕັ້ງ​ເວທີ​ປາ​ໄສ​ນີ້, ກ່ອນ​ອື່ນ​ໝົດ​ແມ່ນ​ປະຕິບັດ​ພັນທະ​ຂອງ​ປະ​ເທດ​ສະມາຊິກ, ສະ​ແດງ​ຄວາມ​ຮັບຜິດຊອບ ​ແລະ ຄຳ​ໝັ້ນ​ສັນຍາ​ຂອງ​ພວກ​ເຮົາ. ​ເວທີ​ປາ​ໄສ​ແມ່ນ​ກາລະ​ໂອກາດ​ທີ່​ດີ ​ແລະ ພິ​ເສດ, ​ໄດ້​ຮັບ​ການ​ປະຕິບັດ​ໃນ​ເດືອນ​ກະທຳ​ເພື່ອ​ເດັກ​ຂອງ ຫວຽດນາມ. ດັ່ງ​ນັ້ນ, ສຳລັບ​ລະດັບ​ຊາດ​ມັນ​ມີ​ຄວາມ​ສຳຄັນ​ທີ່​ສຸດ​ໃນ​ການ​ຊຸກຍູ້, ຮັບ​ເອົາ​ຄວາມ​ເຫັນ​ຂອງ​ເດັກ, ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ເດັກ. ສຳລັບ​ພາກ​ພື້ນ, ມັນ​ເປັນ​ການສະ​ແດງ​ຄຳ​ໝັ້ນ​ສັນຍາ​ຂອງ ຫວຽດນາມ​ໃນ​ພາກ​ພື້ນ ​ແລະ ຢືນຢັນ​ທີ່​ຕັ້ງ​ຂອງ​ພວກ​ເຮົາ​ໃນ​ການ​ຖື​ມະນຸດ​ເປັນ​ໃຈກາງ ​ແລະ ຊຸກຍູ້ສະພາບ​ແວດ​ລ້ອມ​ທີ່​ສະໜິດສະໜົມ​ກັບ​ເດັກ“.

​ໃນ 4 ວັນ​ດຳ​ເນີນ​​ເວທີ​ປາ​ໄສ, ບັນດາ​ເດັກນ້ອຍ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ໃນ​ປະຈຸ​ບັນ​ຄື: ຕ້ານ​ການ​ຄ້າ​ເດັກນ້ອຍ​ໃນ​ອາຊຽນ, ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ສຳລັບ​ເດັກ ​ແລະ ​ເດັກນ້ອຍ​ອາ​ຊຽນກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ຂ່າວ/ບົດ​ອື່ນ