ຫວຽດນາມເຫັນດີໃນການຮ່ວມມືສາກົນ,ແບ່ງປັນຂໍ້ມູນຂ່າວສານແລະບົດຮຽນໃນຂົງເຂດຄວາມສະຫງົບປອດໄພດ້ານນິວເຄຼຍ

ຫວຽດນາມເຫັນດີໃນການຮ່ວມມືສາກົນ,ແບ່ງປັນຂໍ້ມູນຂ່າວສານແລະບົດຮຽນໃນຂົງເຂດຄວາມສະຫງົບປອດໄພດ້ານນິວເຄຼຍ - ảnh 1
ກອງປະຊຸມທີ່ທຳນຽບຂາວ
(ພາບ:​ canhtranhquocgia.vn)

(vovworld) – ​  ຕອນ​ຄ​ຳ່ວັນ​ທີ 31/3, ​ໃນ​ຂອບ​ເຂດກອງ​ປະຊຸ​ມສຸດ​ຍອດ​ກ່ຽວ​ກັບ​ຄວາມ​ສະຫງົບ​ປອດ​ໄພດ້ານ​ນິວ​ເຄຼຍ ຄັ້ງ​ທີ 4 ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ, ປະ​ເທດ ອາ​ເມ​ລິ​ກາ, ທ່ານປະທາ​ນາ​ທິບໍ​ດີ ອາ​ເມ​ລິ​ກາ Barack Obama ​ເປັນ​ປະທານ​ການ​ເຮັດ​ວຽກ​ດ້ວຍ​ຫົວ​ຂໍ້​ວ່າ “​ໄພ​ນາບ​ຂູ່​ກ່ຽວ​ກັບ​ຄວາມ​ຄວາມ​ສະຫງົບ​ປ​ອດ​ໄພ​ດ້ານ​ນິວ​ເຄຼຍ”. ທ່ານ ຟ້າ​ມບີ່​ງມີ​ງ, ຮອງ​ນາຍົກລັດຖະມົນ​ຕີ, ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ພ້ອມ​ກັບ​ການ​ນຳ​ຂັ້ນ​ສູງ​ຂອງ 52 ປະ​ເທດ​ສະມາຊິກ​ເຂົ້າ​ຮ່ວມ. ທີ່​ວາລະ​ປະຊຸມ, ບັນດາ​ປະ​ເທດ​ລ້ວນ​ແຕ່​ເໜັ້ນໜັກ​ວິວັດທະນາ​ການ​ຂອງ ກອງ​ປະຊຸ​ມສຸດ​ຍອດ​ກ່ຽວ​ກັບ​ຄວາມ​ສະຫງົບ​ປອດ​ໄພດ້ານ​ນິວ​ເຄຼຍ ບັນລຸ​ໄດ້​ຫຼາຍ​ຜົນງານ​ສຳຄັນ, ປະຊາ​ຄົມ​ສາກົນ​ນັບ​ມື້​ນັບ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ຈະ​​ແຈ້ງກ່ຽວ​ກັບ​ຄວາມ​ສຳຄັນ​ໃນ​ດ້ານ​ຄວາມສະຫງົບ​ປອດ​ໄພ​ດ້ານ​ນິວ​ເຄຼຍ, ນັບ​ມື້​ນັບ​ມີ​ຫຼາຍ​ປະ​ເທດ​ເຂົ້າ​ຮ່ວມ​ບັນດາ​ສົນທິສັນຍາ​ສາກົນ​ໃນ​ຂົງ​ເຂດ​ນີ້.

        ຢູ່​ນອກ​ກອງ​ປະຊຸມ, ທ່ານ ຟ້າ​ມບີ່​ງມີ​ງ, ຮອງ​ນາຍົກລັດຖະມົນ​ຕີ, ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ມີ​ການ​ແລກປ່ຽນ​ກັບ​ຫົວໜ້າ​ຄະນະ​ຂອງ​ຫຼາຍ​ປະ​ເທດຄື: ປະທານ​າທິບໍດີ ຈີ​ເລ, ປະທານ​າທິບໍດີ Nigeria, ນາຍົກລັດຖະມົນຕີ ກາ​ນາ​ດາ, ນາຍົກລັດຖະມົນຕີ ອີ​ຕາ​ລີ, ຮອງ​ປະ​ນາ​ທິບໍດີ ອິນ​ໂດ​ເນ​ເຊຍ, ຮອງ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ… ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ, ທ່ານ ຟ້າ​ມບີ່​ງມີ​ງ ​ແລະ ການ​ນຳ​ປະ​ເທດ​ຕ່າງໆ ​ແລະ ບັນດາ​ອົງການ​ສາກົນ​ໄດ້​ແລ​ກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ພາກ​ພື້ນ, ສາກົນ ​ແລະ ບັນດາ​ຂົງ​ເຂດ​ຮ່ວມ​ມື​ທີ່​ຕ່າງຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ການ​ຄ້າ, ການ​ລົງທຶນ, ການ​ຮ່ວມ​ມື​ພັດທະນາ​ດ້ານພະລັງງານ​ສະອາດ ​ແລະ ພະລັງງານ​ຜະລິດ​ຄືນ​ໃໝ່.


ຂ່າວ/ບົດ​ອື່ນ