ຫວຽດນາມເອົາໃຈໃສ່,ເບິ່ງແຍງດູແລຄົນພິການ

ຫວຽດນາມເອົາໃຈໃສ່,ເບິ່ງແຍງດູແລຄົນພິການ - ảnh 1
ລາຍ​ການມອບ​ລົດ​ເຂນ​ໃຫ້​ຄົນ​ພິ​ການ

(vovworld)- ເນື່ອງ​ໃນ​ໂອ​ກາດ​ ສະ​ເຫລີມ​ສະ​ຫລອງວັນ​ເພື່ອ​ຄົນ​ພິ​ການ​ຫວຽດ​ນາມ ຄື​ວັນ​ທີ 18/4, ມີ 166 ອົງ​ການ, ຫົວ​ຫ​ນ່ວຍ, ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ​ຢູ່​ພາຍ​ໃນ ແລະ ​ຕ່າງແຂວງ ກວ໋າງ​ນີງ ໄດ້​ບໍ​ລິ​ຈາກ​ຈຳ​ນວນ​ເງິນກວ່າ 2,5 ຕື້​ດົງ ໃນ​ລາຍ​ການ “ເຊື່ອມ​ຕໍ່​ອ້ອມ​ແຂນຜູ້​ໃຈ​ບຸນ​ໃ​ຈ​ກຸ​ສົນ​ປີ 2017” ເພື່ອ​ແນ​ໃສ່ຮຽກ​ຮ້ອງ​ຄວາມ​ເອົາ​ໃຈ​ໃສ່, ການ​ຫ​ນູນ​ຊ່ວຍ​ຈາກວົງ​ຄະ​ນາ​ຍາດ, ສັງ​ຄົມ​ຕໍ່​ຄົນ​ພິ​ການ ແລະ ເດັກ​ກຳ​ພ້າ. ທ່ານ ຮ່​ວາງ​ແທງ, ປະ​ທານ​ສະ​ມາ​ຄົມ​ປົກ​ປ້ອງ​ຄົນ​ພິ​ການ ແລະ ເດັກ​ກຳ​ພ້າ ແຂວງ ກວ​໋າງ​ນີງ ແບ່ງ​ປັນ​ວ່າ:

        “ລາຍ​ການ​ເຊື່ອມ​ຕໍ່​ອ້ອມ​ແຂນ​ຜູ້​ໃຈ​ບຸນ​ໃຈ​ກຸ​ສົນ ເພື່ອ​ຄົນ​ພິ​ການ ແລະ ເດັກ​ກ​່ຳ​ພ້າ ແຂວງ ກວ໋າງ​ນີງ ແມ່ນ​ຂອດ​ບຸກ​ທະ​ລຸ​ໃນວຽກ​ງານ​ໂຄ​ສະ​ນາ, ການ​ຂົນ​ຂວາຍ​ແຫລ່ງ​ກຳ​ລັງ. ຜ່ານ​ວຽກ​ງານ​ໂຄ​ສະ​ນານີ້ ໄດ້​ສ້າງ​ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ດ້ານ​ຈິດ​ໃຈ​ມະ​ນຸດ​ສະ​ທຳ​ໃນ​ຫລາ​ຍ​ອົງ​ການ, ວິ​ສາ​ຫະ​ກິດ, ສ່ວນ​ບຸກ​ຄົນ, ບັນ​ດາ​​ຜູ້ໃຈ​ບຸນ​ໃຈ​ກຸ​ສົນ, ຍ້ອງ​ຍໍ​ບັນ​ດາ​​ແບບ​ຢ່າງຄົນ​ພິ​ການ​ໄດ້​ບື່ນ​ຕົວ​ຂຶ້ນ​ໃນ​ຊີ​ວິດ ແລະ ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະ​ນາ​ຍາດ.”

 

 


ຕອບກັບ

ຂ່າວ/ບົດ​ອື່ນ