ຫວຽດນາມແມ່ນສະມາຊິກຕັ້ງຫນ້າແລະມີຄວາມຮັບຜິດຊອບຂອງອາຊຽນ

(VOVWORLD) -ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 50 (AMM-50) ແລະ ບັນດາກອງປະຊຸມກ່ຽວຂ້ອງ ໄດ້ອັດລົງໃນວັນທີ 8 ສິງຫາ ຢູ່ ນະຄອນຫລວງ ມານີລາ ປະເທດ ຟີລີບປີນ. 
ຫວຽດນາມແມ່ນສະມາຊິກຕັ້ງຫນ້າແລະມີຄວາມຮັບຜິດຊອບຂອງອາຊຽນ - ảnh 1 ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 50 (AMM-50) 

ເມື່ອຕອບສຳພາດຕໍ່ນັກຂ່າວ, ທ່ານ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວກຢູງ ໃຫ້ຮູ້ວ່າ: ທີ່ AMM-50, ນອກຈາກການແລກປ່ຽນໃນການສ້າງປະຊາຄົມກໍ່ຄືການພັດທະນາການພົວພັນຂອງ ອາຊຽນ ກັບບັນດາຄູ່ຮ່ວມມື, ບັນດາຜູ້ແທນໄດ້ແບ່ງປັນທັດສະນະກໍຄືຫລັກໝັ້ນຂອງຕົນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ. ພິເສດ ແມ່ນບັນດາບັນຫາຮ້ອນເຮັ່ງຄື: ບັນຫາທະເລຕາເວັນອອກ, ບັນດາກໍລະນີຍິງທົດລອງລູກສອນໄຟຂອງ ສປປ ເກົາຫລີ, ການຕ້ານການກໍ່ການຮ້າຍໃນພາກພື້ນກໍຄືຢູ່ຕາເວັນອອກກາງ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວກຢູງ ໃຫ້ຮູ້ວ່າ:

        “ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ AMM-50 ໃນຖານະເປັນສະມາຊິກຕັ້ງຫນ້າ ແລະ ມີຄວາມຮັບຜິດຊອບຂອງ ອາຊຽນ ແລະ ປະກອບສ່ວນເຂົ້າໃນວິວັດການສ້າງ ອາຊຽນ, ສ້າງປະຊາຄົມ ອາຊຽນ, ຮັກສາຄວາມສາມັກຄີ ແລະ ຍົກສູງບົດບາດໃຈກາງຂອງ ອາຊຽນໃນພາກພື້ນ. ຫວຽດນາມ ກໍ່ໄດ້ປະກອບຫລາຍບັນຫາ, ແບ່ງປັນຢ່າງກົງໄປກົງມາບັນດາທັດສະນະຂອງ ພວກເຮົາກ່ຽວກັບບັນຫາຄວາມໝັ້ນຄົງ, ສັນຕິພາບ ແລະ ສະຖຽນລະພາບ, ບັນດາບັນຫາການເມືອງ, ຄວາມໝັ້ນຄົງຂອງພາກພື້ນ. ຫວຽດນາມ ຍາມໃດກໍ່ມີຂໍ້ລິເລີ່ມລະອຽດເພື່ອບັນລຸຄວາມເຫັນດີເຫັນພ້ອມ.”

        ກອງປະຊຸມໄດ້ຮັບຮອງເອົາເອກະສານຫລາຍສະບັບ, ບັນດາຄຳຖະແຫລງການ, ແຈ້ງການຂອງລັດຖະມົນຕີ, ບັນດາແຜນດຳເນີນງານຂອງ ອາຊຽນ ແລະ ບັນດາຄຳຖະແຫລງກະກຽມໃຫ້ກອງປະຊຸມຂັ້ນສູງຊື່ງຈະຈັດຂຶ້ນໃນທ້າຍປີ. 

ຕອບກັບ

ຂ່າວ/ບົດ​ອື່ນ