ຫວຽດນາມແມ່ນແບບຢ່າງທີ່ບັນລຸຜົນສຳເລັດໃນການພັດທະນາ

ຫວຽດນາມແມ່ນແບບຢ່າງທີ່ບັນລຸຜົນສຳເລັດໃນການພັດທະນາ - ảnh 1
ຮອງນາຍົກລັດຖະມົນຕີ ຫວູດືກດາມ ແລະ ທ່ານ Jim Yong Kim, ປະທານ​ທະນາຄານ​ໂລກ ປະກາດບົດລາຍງານ ຫວຽດນາມ 2035

(vovworld) – ​ ​ພິທີປະກາດ​ບົດ​ລາຍ​ງານ “ຫວຽດນາມ ປີ 2035 - ມຸ່ງ​ໄປ​ເຖິງ​ຄວາມ​ວັດທະນາ​ຖາວອນ, ມີ​ຫົວຄິດປະດິດ​ສ້າງ, ມີ​ຄວາມຍຸຕິ​ທຳ ​ແລະ ປະຊາທິປະ​ໄຕ” ​ໂດຍ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ ຫວຽດນາມ ສົມທົບ​ກັບ​ທະນາຄານ​ໂລກ​ຈັດ​ຕັ້ງ ​ໃນ​ຕອນ​ເຊົ້າ​ວັນ​ທີ 23/2, ຢູ່​ຮ່າ​ໂນ້ຍ. ບົດ​ລາຍ​ງານດັ່ງກ່າວ​ໄດ້​ວາງ​ອອກບັນ​ດາ​ມາດ​ຕະການ​ປະຕິ​ຮູບ​​ເພື່ອ​ໃຫ້ ຫວຽດນາມ ກາຍ​ເປັນ​ພື້ນຖານ​ເສດຖະກິດ​ພັດທະນາ​ໄວ, ຍືນ​ຍົງ, ດ້ວຍ​ລະດັບລາຍ​ຮັບ​ສະ​ເລ່ຍສູງ​ໃນ​ປີ 2035. ຕາມ​ນັ້ນ​ແລ້ວ, ຫວຽດນາມ ຕ້ອງ​ຮັກສາ​ລະດັບ​ເຕີບ​ໂຕ​ຢ່າງ​ໜ້ອຍ​ສຸດ​ແມ່ນ 7% ​ໃນ​ແຕ່ລະ​ປີ ​ແລະ ຍົກ​ລະດັບ​ລາຍ​ຮັບ​ສະ​ເລ່ຍຂຶ້ນ​ເຖິງ 7.000 USD ​ໃນ​ປີ 2035. ກ່າວ​ຄຳ​ເຫັນ​ທີ່​ພິທີ​ປະກາດ, ທ່ານ Jim Yong Kim, ປະທານ​ທະນາຄານ​ໂລກ, ຖື​ວ່າ ຫວຽດນາມ ​ແມ່ນ​ແບບຢ່າງທີ່​ບັນລຸ​ຜົນສ​ຳ​ເລັດ​ໃນ​ການ​ພັດທະນາ. ຈາກ​​​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທຸກ​ຍາກ​ທີ່​ສຸດ, ​ໃນ 30 ປີຜ່ານມາ, ຫວຽດນາມ ​ໄດ້​ຮັກສາ​ລະດັບ​ເຕີບ​ໂຕ​ແຕ່ລະ​ປີ​ຢູ່​ໃນ​ລະດັບ​ເກືອບ 7% ​ແລະ ​ໄດ້ປະຕິບັດ​ສຳ​ເລັດ​ບັນດາ​ໂຄງການ​ຈຸດໝາຍ​ອັນ​ໄດ້ຊ່ວຍ​ປະຊາຊົນ​ນັບ​ລ້ານໆ​ຄົນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ.

        “ບົດ​ລາຍ​ງານ​ໄດ້​ກຳ​ນົດວ່າ ຫວຽດນາມ ບັນລຸ​ຜົນສຳ​ເລັດ​ໃນ​ໄລຍະ 20 ປີ​ຈະ​ມາ​ເຖິງ​ຄື​ແນວ​ໃດ. ​ການເພີ່ມ​ສະມັດ​ຕະພາບ​ແຮງ​ງານຢ່າງ​ໄວ, ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ປ່ຽນ​ໃໝ່​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ເຄື່ອນ​ໄຫວ​ເສດຖະກິ​ດຈະ​ຊ່ວຍ​ໃຫ້ ຫວຽດນາມ ​ເຕີບ​ໂຕ​ໄວ. ຍຸບ​ເລີກ​ຮົ້ວ​ກີດຂວາງ​ສຳລັບ​ບັນດາ​ເປົ້າ​ໝາຍ​ອາພັບ , ສະໜອງ​ບັນດາ​ການບໍລິການ​ດີ​ທີ່​ສຸດ​ໃຫ້​ກຸ່ມ​ຄົນ​ຊັ້ນ​ກາງ​​ໃນ​ຕົວ​ເມືອງ​ຈະ​ຊ່ວຍ ຫວຽດນາມ ຮັກສາ​ຜົນງານ​ປະ​ທັບ​ໃຈ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ ​ແລະ ການ​ເຊື່ອມ​ໂຍງ​​ໃນສັງຄົມ​ຂອງ​ຕົນ. ບົດ​ລາຍ​ງານ​ກໍ່​ແນະນຳ​ໃຫ້ ຫວຽດນາມ ຄວນ​ສ້າງ​ລະບອບ​ທັນ​ສະ​ໄໝ ​ແລະ ​ໂປ່​ງ​​ໃສນີ້, ​ແມ່ນ​ບັນດາ​ບາດກ້າວ​ສາມາດ​ຊ່ວຍ ຫວຽດນາມ ບັນລຸ​ຄາດໝາຍ​ຂອງ​ຕົນ​ໄດ້”


ຂ່າວ/ບົດ​ອື່ນ