ຫວຽດນາມແລະ ຍີ່ປຸ່ນລົງນາມໃນຖະແຫລງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ

(VOVWORLD) -ຕອນເຊົ້າວັນທີ 10 ເມສາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ໃຫ້ການຕ້ອນຮັບທ່ານ ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພວມຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານ Onodera Itsunori ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ. 
ຫວຽດນາມແລະ ຍີ່ປຸ່ນລົງນາມໃນຖະແຫລງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ - ảnh 1 ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຕ້ອນຮັບທ່ານ ພົນເອກ ໂງຊວນລິກ, 

ທີ່ການຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໃຫ້ຮູ້ວ່າ: ຍີ່ປຸ່ນ ຖືເປັນສຳຄັນການພົວພັນກັບຫວຽດນາມ ແລະ ປາດຖະຫນາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຊົມເຊີຍເລື່ອງກະຊວງປ້ອງກັນປະເທດສອງປະເທດໄດ້ລົງນາມໃນຖະແຫລງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດຮອດທົດສະວັດຕໍ່ໄປ.

ທ່ານລັດຖະມົນຕີ ໂງຊວນລິກ ໄດ້ເນັ້ນຫນັກວ່າ ຫວຽດນາມ ຍາມໃດກໍຕີລາຄາສູງບົດບາດ ແລະ ບັນດາຂໍ້ລິເລີ່ມຂອງຍີ່ປຸ່ນ, ສະຫນັບສະຫນູນຍີ່ປຸ່ນ ເພີ່ມທະວີການຮ່ວມມືກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ກັບທົ່ວກຸ່ມອາຊຽນ ແລະ ປາດຖະຫນາຢາກໃຫ້ຍີ່ປຸ່ນມີການປະກອບສ່ວນຢ່າງຕັ້ງຫນ້າກວ່າອີກເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.

ກ່ອນຫນ້ານັ້ນ ທີ່ການເຈລະຈາລະຫວ່າງ ທ່ານລັດຖະມົນຕີ ໂງຊວນລິກ  ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Onodera Itsunori, ສອງຝ່າຍໄດ້ເນັ້ນຫນັກຢາກເພີ່ມທະວີການສົມທົບກັນໃນບັນດາຄວາມມານະພະຍາຍາມໂດຍອີງໃສ່ “ຍຸດທະສາດມະຫາສະມຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ”

ຕອບກັບ

ຂ່າວ/ບົດ​ອື່ນ