ຫວຽດນາມແລະກູບາຕັດສິນໃຈຮັດແໜ້ນການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດ

ຫວຽດນາມແລະກູບາຕັດສິນໃຈຮັດແໜ້ນການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດ - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ແລະ ທ່ານ Esteban Lazo Hernandez, ປະ​ທານ​ສະ​ພາ​ແຫ່ງ​ຊາດ ກູບ​າ 

(vovworld) - ຕອນ​ບ່ານ​ວັນ​ທີ 15/2, ຢູ່​ນະ​ຄອນຫຼວງ ລາ​ຮາ​ວານ, ທ່ານ Esteban Lazo Hernandez, ປະ​ທານ​ສະ​ພາ​ແຫ່ງ​ຊາດ ກູບ​າ ໄດ້​ຕ້ອນ​ຮັບ​ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ພວມ​ຢູ່​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ກູ​ບາ ຢ່າງ​ເປັນ​ທາງ​ການ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Esteban Lazo Hernandez ໄດ້​ຍົກ​ອອກ​ຄວາມ​ໝາຍ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ນ້ຳ​ໃຈ​ຄວາມ​ສາ​ມັກ​ຄີ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ ປະ​ຊາ​ຊົນ ຫວຽດ​ນາມ ແລະ ກູ​ບາ, ພິ​ເສ​ດ​ແມ່ນ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Esteban Lazo Hernandez ປາດ​ຖະ​ໜາ​ຢາກ​ແບ່ງ​ປັນ​ບົດ​ຮຽນ​ກັບ ຫວຽດ​ນາມ, ຈາກ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕະຫຼອດ​ຮອດ​ວຽກ​ງານ​ການ​ສຶກ​ສາ​ມູນ​ເຊື້ອ​ປະ​ຫວັດ​ສາດໃຫ້​ແກ່​ລຸ້ນ​ໜູ່ມ, ພ້ອມ​ທັງ​ທົບ​ທວນ​ຄືນ​ບາງ​ຂົງ​ເຂດ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃຫ້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ, ຄື​ໂທ​ລະ​ຄົມ​ມະ​ນາ​ຄົມ, ການ​ສຶກ​ສາ, ກະ​ສິ​ກຳ.

        ສ່ວນ​ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ໄດ້​ຢັ້ງ​ຢືນ​ວ່າ: ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ຕິດ​ຕາມ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ ກູ​ບາ ຢ່າງ​ໃກ້​ຊິດ, ຍາມ​ໃດ​ກໍ່​ເຊື​່ອ​ໝັ້ນ​ວ່າ​ປະ​ຊາ​ຊົນ ກູ​ບາ ສືບ​ຕໍ່​ຍາດ​ໄດ້ຫຼາຍ​ຜົນ​ງານ​ໃໝ່, ໃຫຍ່ຫຼວງ​ກ່​ວາ​ໃນ​ພາ​ລະ​ກິດ​ສ້າງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ ກູ​ບາ ສັງ​ຄົມ​ນິ​ຍົມ ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ ກູ​ບາ ສະ​ຫງ່າ​ງາມ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ່ອງ​ທິ​ຟ໋ອງ ​ແນະ​ນຳ​ບາງ​ຂົງ​ເຂດ​ລະ​ອຽດ​ເຊິ່ງ 2 ອົງ​ການ​ສະ​ພາ​ແຫ່ງ​ຊາດ ອາ​ດ​ຈະ​ແບ່ງ​ປັນ​ບົດ​ຮຽນ​ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ.


ຂ່າວ/ບົດ​ອື່ນ