ຫວຽດນາມແລະຈີນເພີ່ມທະວີການຮ່ວມມືປ້ອງກັນຕ້ານອາດຊະຍາກຳ

ຫວຽດນາມແລະຈີນເພີ່ມທະວີການຮ່ວມມືປ້ອງກັນຕ້ານອາດຊະຍາກຳ - ảnh 1
ທ່ານ​ພົນ​ໂທ ​ເລ​ກີວ​ເວື​ອງ ແລະ ທ່ານ ​ເມີງ​ຈີ​ງ​ເຟີ​ງ
(ພາບ: cand.com.vn)

(vovworld) – ​ ​ ຕອນ​ເຊົ້າ​ວັນ​ທີ 21/03 ຢູ່​ຮ່າ​ໂນ້ຍ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຕຳຫລວດ ຫວຽດນາມ ​ໂດຍ​ທ່ານ​ພົນ​ໂທ ​ເລ​ກີວ​ເວື​ອງ, ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ຕຳຫລວ​ດ ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ, ​ໄດ້​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຕຳຫລວດ ຈີນ ​ໂດຍ​ທ່ານ ​ເມີງ​ຈີ​ງ​ເຟີ​ງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫລວດ ຈີນ ​ເປັນ​ຫົວໜ້າ​ຄະນະ. ທ່ານ ເລ​ກີວ​ເວື​ອງ ປາດ​ຖະໜາ​ວ່າ 2 ຝ່າຍ​ຍູ້​ແຮງ​ການ​ສົມທົບ​ກັນ​ຕໍ່ສູ້​ປ້ອງ​ກັນ​ຕ້ານ​ກໍ່​ການ​ຮ້າຍ, ອາດຊະຍາ​ກຳ​ມີ​ການຈັດ​ຕັ້ງ​ຂ້າມ​ຊາດ, ອາດຊະຍາ​ກຳ​ນຳ​ໃຊ້​​ເຕັກ​ໂນ​ໂລ​ຢີສູງ…​ໃນ​ຂອບ​ເຂດ​ການ​ຮ່ວມ​ມື 2 ຝ່າຍ, ຫລາຍ​ຝ່າຍ. ສ່ວນ​ທ່ານ ເມີງ​ຈີ​ງ​ເຟີ​ງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫລວດ​ຈີນ ​ເຊື່ອ​ໝັ້ນ​ວ່າ: ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ຈະ​ບັນລຸ​ໄດ້ຜົນ​ງານ​ອັນ​ດີງາມ​ຫລາຍ​ຢ່າງ, ປະກອບສ່ວນ​ນຳ​ການ​ພົວພັນ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ຜ່ານ​ນັ້ນ ນຳ​ມາ​ໃຫ້​ຜົນ​ປະ​ໂຫຍ​ດຢ່າງ​ແທ້​ຈິງ ​ໃຫ້ການ​ພັດທະນາ​ລວມຂອງ 2 ປະ​ເທດ; ປະກອບສ່ວນ​​ເຂົ້າ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື, ການພັດທະນາ​ຢູ່ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ່າວ/ບົດ​ອື່ນ