ຫວຽດນາມແລະຕານຢານີອາຊຸກຍູ້ການພົວພັນ 2 ຝ່າຍ

ຫວຽດນາມແລະຕານຢານີອາຊຸກຍູ້ການພົວພັນ 2 ຝ່າຍ - ảnh 1
ທ່ານປະທານາທິບໍດີ  ຕາ​ນຢາ​ນີອາ ຢາ​ກາຍ​ອາ ​ເມີ​ລີ​ໂຊ ກີ​ເກ໋ວດເຕ

(vovworld)​ ​- ​ໂດຍ​​ໄດ້ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ້ນຊາງ, ​ປະທານາທິບໍດີ ​ແຫ່ງ​ສາທາລະນະ​ລັດເອກະ​ພາບ ຕາ​ນຢາ​ນີອາ ຢາ​ກາຍ​ອາ ​ເມີ​ລີ​ໂຊ ກີ​ເກ໋ວດເຕ ຢ້ຽມຢາມ​ທາງ​ລັດຖະກິດ​​ເຖິງຫວຽດນາມ ​ແຕ່​ວັນ​ທີ 26-28/10. ການ​ຢ້ຽມຢາມ​ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ​ເປີດ​ກ້ວາງ​ບັນດາ​ກາລະ​ໂອກາດ​ການ​ຮ່ວມ​ມື​ໃໝ່ ລະຫວ່າງ 2 ປະ​ເທດ. ຫວຽດນາມ ​ແລະ ຕານ​ຢາ​ນີອາ ມີ​ການ​ພົວພັນທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ ນັບ​ແຕ່​ເມື່ອ​ມີ​ການ​ສ້າງ​ຕັ້ງ​ສາຍ​ພົວພັນທາງ​ການ​ທູດ​ປີ 1965, 2 ປະ​ເທດ​ຍາມ​ໃດ​ກໍ່ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນໃນ​ການ​ຕໍ່ສູ້​ປົດ​ປ່ອຍປະ​ເທດ​ຊາດ​ເມື່ອ​ກ່ອນ ​ແລະ ​ໃນທີ່​ບັນດາ​ເວທີ​ປາ​ໄສ​ສາກົນ​ປະຈຸ​ບັນນີ້. ຕາ​ນຢາ​ນີອາ ສະໜັບສະໜູນ​ຫວຽດນາມ​ ເຂົ້າ​​ເປັນ​ສະມາຊິກອົງການ​ການ​ຄ້າ​​ໂລກ (WTO), ກາຍ​ເປັນ​ສະມາຊິກ​ບໍ່​ເປັນ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ​ຂອງ​ສະຫະ​ປະຊາ​ຊາດ (ອາຍຸການ 2008-2009), ສະມາຊິກ​ສະພາ​ສິດ​ທິມະນຸດຂອງ​​ສະຫະ​ປະຊາ​ຊາດ (ອາຍຸ​ການ 2014-2016) ​ແລະ ຮັບ​ຮູ້​ກົດ​ລະບຽບ​ເສດຖະກິດ​ການຕະຫຼາດຂອງ​ຫວຽດນາມ.

            ການ​ຢ້ຽມຢາມ​ຫວຽດນາມ ຂອງ​ທ່ານ​ປະທານາທິບໍດີ ຕາ​ນຢາ​ນີອາ ຢາ​ກາຍ​ອາ ​ເມີ​ລີ​ໂຊ ກີ​ເກ໋ວດ​ເຕ ​ແມ່ນ​ກາລະ​ໂອກາດ ​ເພື່ອ​ໃຫ້ 2 ຝ່າຍ​ພ້ອມ​ກັນ​ແລກປ່ຽນ ​ແລະ ຊອກຫາ​ວິທີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ກະສິກຳ, ສິນ​ໃນ​ນ້ຳ, ການ​ລົງທຶນ, ການ​ສຶກສາ, ສາທາລະນະ​ສຸກ, ​ໂທລະ​ຄົມຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ແລກປ່ຽນ​ບາງ​ບັນຫາ​ສາກົນ​ ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ສິ່ງນັ້ນຈະ​ນຳ​ມາ​​ເຊິ່ງຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ​ໃຫ້​ຫວຽດນາມ ​ແລະ ຕານ​ຢານີອາ ບົນ​ເສັ້ນທາງ​ພັດທະນາ.

ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​​ເຈ​ເລະ​ຈາ​ກັບປະທານາທິບໍດີ ຕາ​ນຢາ​ນີອາ ຢາ​ກາຍ​ອາເມີ​ລີ​ໂຊ ກີ​ເກ໋ວດເຕ

ຫວຽດນາມແລະຕານຢານີອາຊຸກຍູ້ການພົວພັນ 2 ຝ່າຍ - ảnh 2
(ພາບ:vov)

  ຕອນ​ບ່າຍວັນ​ທີ 27/10, ຢູ່​ຮ່າ​ໂນ້ຍ, ​ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ ​ໄດ້​ດຳ​ເນີນ​ການຈະ​ເລະ​ຈາ​ກັບປະທານາທິບໍດີ ​ ຕາ​ນຢາ​ນີອາ ຢາ​ກາຍ​ອາ ​ເມີ​ລີ​ໂຊ ກີ​ເກ໋ວດເຕ. ​ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເປີດ​ກ້ວາງ​ການ​ຮ່ວມ​ມື​ຕ່າງ​ກໍ່​ມີ​ຜົນ​ປະ​ໂຫຍ​ດກັບ​ບັນດາ​ປະ​ເທດ​ອາ​ຟຼິກກາ, ​ໃນ​ນັ້ນມີ ຕາ​ນຢາ​ນີອາ. ສ່ວນ​ທ່ານປະທານາທິບໍດີ ​ ຕາ​ນຢາ​ນີອາ ຢາ​ກາຍ​ອາ ​ເມີ​ລີ​ໂຊ ກີ​ເກ໋ວດເຕ ສະ​ແດງ​ໃຫ້​ເຫັນ​ວ່າ​: ພ້ອມ​ແລ້ວ​ທີ່​ຈະ​ແມ່ນ​ຂົວ​ຕໍ່​ໃຫ້​​ຫວຽດນາມ​ ເຂົ້າຕະຫຼາດ​ອາ​ຟິຼກກາ​ເວົ້າລວມ, ອາ​ຟຼິກກາ​ຕາ​ເວັນ​ອອກ​ເວົ້າສະ​ເພາະ ພ້ອມ​ທັງ​ປາດ​ຖະໜາ​ຢາກ​ໃຫ້​ຫວຽດນາມ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ສິນຄ້າ ຕາ​ນຢາ​ນີອາ ​ເຂົ້າຕະຫຼາດ​ຫວຽດນາມ ກໍ່​ຄື​ອາຊຽນ.

  ການ​ນຳ​ສອງ​ທ່ານ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ເມືອງ, ຍູ້​ແຮງ​ການ​ເຄື່ອນ​ໄຫວ​ການ​ທູດ ປຊຊ, ​ແຮກສ່ຽວ​ລະຫວ່າງ​ບັນດາ​ນະຄອນ​ໃຫ່ຍ. ສອງ​ຝ່າຍ​ເຫັນ​ດີ​ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນບົນ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ. ການ​ນຳ​ສອງ​ທ່ານ​ຍັງ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ຄວາມ​ສຳຄັນ​​ໃນ​ການ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ປອດ​ໄພ ​ແລະ ການ​ເສລີ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​​ເວັນ​ອອກ, ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ​ໂດຍ​ສັນຕິ​ວິ​ທິ, ຈຳ​ເປັນ​ຕ້ອງປະຕິບັດກົດໝາຍ​ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆຢູ່​ທະ​ເລ​ຕາ​ເວັນ​ອອກ./.

 

 



ຂ່າວ/ບົດ​ອື່ນ