ຫວຽດນາມແລະມຽນມາໃຫ້ຄຳໝັ້ນສັນຍາເຮັດໃຫ້ການພົວພັນດ້ານການຄ້າການລົງທຶນເລິກເຊິ່ງກວ່າ

ຫວຽດນາມແລະມຽນມາໃຫ້ຄຳໝັ້ນສັນຍາເຮັດໃຫ້ການພົວພັນດ້ານການຄ້າການລົງທຶນເລິກເຊິ່ງກວ່າ - ảnh 1
ການ​ເຈ​ລະ​ຈາ​ຂັ້ນ​ສູງ​ຫວຽດ​ນາມ -ມຽນ​ມາ

(vovworld)- ວັນ​ທີ 26/10 ຫວຽດ​ນາມ ແລະ ມຽນ​ມາ ອອກ​ຖະ​ແຫລງ​ການ​ຮ່ວມ​ມື​ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ ແຕ່​ວັນ​ທີ 26-28/10/2016 ຂອງ​ປະ​ທາ​ນາ​ທິບ​ໍ​ດີ Htin Kyaw. ໃນ​ຖະ​ແຫລງ​ການ​ຊີ້​ແຈ້ງວ່າ: ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາ Htin Kyaw ໄດ້​ມີ​ການ​ເຈ​ລະ​ຈາ. ສອງ​ຝ່າຍ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ເຮັດ​ໃຫ້​ການ​ພົວ​ພັນ​ດ້ານ​ການ​ຄ້າ ການ​ລົງ​ທຶນ​ສອງ​ຝ່າຍ​ເລິກ​ເຊິ່ງກວ່າ ບົນ​ພື້​ນ​ຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ. ການ​ນຳ​ສອງ​ທ່ານ​ໄດ້​ແບ່ງ​ປັນ​ທັດ​ສະ​ນະ​, ຜົນ​ປະ​ໂຫຍດ​ລວມ​ກ່ຽວ​ກັບ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ ແລະ ຢືນ​ຢັນ​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ລະ​ຫວ່າງ​ສອງ​ປະ​ເທດ​ຜ່ານ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ບົດ​ຮຽນ, ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ ແລະ ພິ​ຈາ​ລະ​ຮາ​ເລື່ອງ​ສ້າງ​ຕັ້ງ​ກົນ​ໄກ “ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ການ​ປ້ອງ​ກັນ​ຊາດ” ແລະ ກົນ​ໄກ “ກຸ່ມ​ເຮັດ​ວຽກ​ຮ່ວມ”ລະ​ຫວ່າງ​ສອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກໍ​ຄື​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຄັ້ງ​ທີ 5 ຢູ່​ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຕັ້​ງ​ຫນ້າ​ເຈ​ລະ​ຈາ​ການ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຫນູນ​ຊ່ວຍ​ເຊິ່ງ​ກັນ ແລະ​ກັນ ໃນ​ບັນ​ດາ​ບັນ​ຫາ​ອາ​ຍາ​ລະ​ຫວ່າງ​ສອງ​ປະ​ເທດ. ການ​ນຳ​ສອງ​ທ່ານ​ຊົມ​ເຊີຍ​ການ​ເຊື່ອມ​ຕໍ່​ນັບ​ມື້​ນັບ​ແຮງ ແລະ ກວ້າງ​ຂວາງ​ລະ​ຫວ່າງ​ສອ​ງ​ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດ. ການ​ນຳ​ສອງ​ທ່ານ​ໄດ້​ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື, ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ລະ​ຫວ່າງ​ສອງ​ປະ​ເທດ​ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ​ສ​າ​ກົນ, ການ​ຮ່ວມ​ມື​ນຳ​ໃຊ້​ແຫລ່ງ​ນ້ຳ​ຢູ່​ແມ່​ນ້ຳ​ຂອງ​ແບບ​ຍືນ​ຍົງ. 


ຕອບກັບ

ຂ່າວ/ບົດ​ອື່ນ