ຫວຽດນາມແລະລີ​ບັງປາດຖະໜາຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

ຫວຽດນາມແລະລີ​ບັງປາດຖະໜາຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ - ảnh 1
ເອກອັກຄະລັດຖະທູດ ຫວູຮ່ວາງລອງ (ຢູ່ກາງ) ແນະນຳ ກ່ຽວກັບຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ

(vovworld) –  ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ​ ​ເຮັດ​ວຽກ​ຢູ່ ລີ​ບັງ ​ແຕ່​ວັນ​ທີ 26 -30/9, ຄະນະ​ປະຕິບັດ​ງານ​ສະຖານທູດ ຫວຽດນາມ ປະຈຳ ອີ​ຢິບ ຮັບຜິດຊອບ ລີ​ບັງ ​ໂດຍ​ທ່ານ ​​​ເອກ​ອັກຄະ​ລັດຖະທູດ ໂດ໋ຮ່ວາງ​ລອງ ນຳ​ໜ້າ, ​ເຂົ້າ​ຢ້ຽມ​ຂຳ​່ນັບ​ທ່ານ​ນາຍົກລັດຖະມົນຕີ ລີ​ບັງ Tammam Salam, ​ເຮັດ​ວຽກ​ກັບ​ການ​ນຳ​ບັນດາ​ກະຊວງ​ເສດຖະກິດ - ການ​ຄ້າ ​ແລະ ກະຊວງ​ແຮງ​ງານ Liban ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ຂົງ​ເຂດ, ພິ​ເສດ​ແມ່ນ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ທີ່​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ Tammam Salam ​ໃນ​ວັນ​ທີ 28/9, ທ່ານ​ເອກ​ອັກ​ຄະ​ລັດຖະທູດ ​ໂດ໋ຮ່ວາງ​ລອງ ປາດ​ຖະໜາ​ວ່າ: ທ່ານ​ນາຍົກລັດຖະມົນຕີ Tammam Salam ​ເອົາ​ໃຈ​ໃສ່​ສະໜັບສະໜູນ ​ແລະ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ຍູ້​ແຮງ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ລີ​ບັງ, 2 ປະ​ເທດ​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ອົງການ, ​ເວທີ​ປາ​ໄສ. ຫວຽດນາມ ສະ​ເໜີ​ໃຫ້ ລີ​ບັງ ພິຈາລະນາຮັບ​ຮູ້ ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຢ່າງ​ຄົບ​ຖ້ວນ. 2 ປະ​ເທດ​ຄົ້ນ​ຄ້ວາ​ຄວາມ​ສາມາດ​ສຸມ​ໃສ່​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຄ້າ, ການ​ບໍລິກາ​ນານ​ເງິນ - ທະນາຄານ, ການທ່ອງທ່ຽວ ​ແລະ ​ແຮງ​ງານ.


ຂ່າວ/ບົດ​ອື່ນ