ຫວຽດນາມແລະລາຊະອານາຈັກອັງກິດເພີ່ມທະວີການພົວພັນຮ່ວມມື

ຫວຽດນາມແລະລາຊະອານາຈັກອັງກິດເພີ່ມທະວີການພົວພັນຮ່ວມມື - ảnh 1
ທ່ານ ຟ້າມ​ບິງ​ມິງ ແລະ ກັບ​ທ່ານ Philip Hammon
(ພາບ: HaiMinh)

(vovworld)- ​ ​ວັນ​ທີ 12/4 ຢູ່ ຮ່າ​ໂນ້ຍ, ທ່ານ ຟ້າມ​ບິງ​ມິງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​​ວ່າ​ການ​ກະ​ຊວງການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ເຈ​ລະ​ຈາ​ກັບ​ທ່ານ Philip Hammon, ​ລັດ​ຖະ​ມົນ​ຕີວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ໄອ​ແລນ​ເຫນືອ ພວມ​ຢ້ຽມ​ຢາມ​ຫວຽດ​ນາມ. ທີ່​ການ​ເຈ​ລ​ະ​ຈາ, ສອງ​ຝ່າຍ​ປາດ​ຖະ​ຫນາ​ຢາກ​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ຮ່ວມ​ມືກໍ່​ສ້າງ​ມະ​ຫາ​ວິ​ທະ​ຍາ​ໄລ​ ຫວຽດ​ນາມ - ອັງ​ກິດ ຢູ່ ຫວຽດ​ນາມ ກໍ​ຄື​ເປີດກວ້າງ​ການ​ຮ່ວມ​ມືກໍ່​ສ້າງ​ໃຫ້​ນັກ​ຮຽນ, ນັກ​ສຶກ​ສາ​ຫວຽດ​ນາມ ໄປ​ຮ່ຳ​ຮຽນ​ຢູ່ ອັງ​ກິດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບິງ​ມີງ ສະ​ເຫນີ ຝ່າຍ​ອັງ​ກິດ ພິ​ຈາ​ລະ​ນາ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ລະ​ອຽດ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ພາຍ​ຫລັງ​ການ​ເຈ​ລະ​ຈາ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ຢືນ​ຢັນ​ວ່າ:

        “ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳ​ບຸ​ລິ​ມະ​ສິດ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ພວກ​ຂ້​າ​ພະ​ເຈົ້າ​ເຫັນ​ດີ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ຜ່ານ​ການ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ສືບ​ຕໍ່​ສຳ​ຜັດ​ກັບ​ຕະ​ຫລາດ, ເພີ່ມ​ທະ​ວີ​ການ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ​ຢູ່​ແຕ່​ລະ​ປະ​ເທດ. ເສີມ​ຂະ​ຫຍາຍ​ບັນ​ດາ​ທ່າ​ໄດ້​ປຽບ ແລະ ກາ​ລະ​ໂອ​ກາດ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ສຸດ​ຂີດ ໂດຍ​ສັນ​ຍາ​ການ​ຄ້າ​ເສ​ລີ ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ພາບ​ເອີ​ລົບ ນຳ​ມາ​ໃຫ້ ເມື່ອ​ສັນ​ຍາ​ສະ​ບັບ​ນີ້​ໄດ້​ຮັບ​ການ​ໃຫ້​ສັດ​ຕະ​ຍາ​ບັນ.”

        ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ແລະ ​ທ່ານ Philip Hammon, ​ລັດ​ຖະ​ມົນ​ຕີວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ໄອ​ແລນ​ເຫນືອ ໄດ້​ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ, ໃນ​ນັ້ນ ມີ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ແລະ​ຖື​ວ່າ ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນ​ຕິ​ວິ​ທີ.

        ​ທ່ານ Philip Hammon, ​ລັດ​ຖະ​ມົນ​ຕີວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ຕີ​ລາ​ຄາ​ສູງ​ຄວາມ​ສຳ​ຄັນ​ຂອງ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຫວຽດ​ນາມ​ໃນ​ໄລ​ຍະ​ພວມ​ສ້າງ​ບັນ​ດາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ​ຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ໃນ​ສັດ​ຕະ​ວັດ​ທີ 21.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Philip Hammond ​ເນັ້ນ​ໜັກ​ວ່າ, ສັນຍາ​ການ​ຄ້າ​ເສລີ ອີ​ຢູ - ຫວຽດນາມ ຈະ​ສ້າງ​ບັນດາ​ກາລະ​ໂອກາດ​ໃຫຍ່ ​ເພື່ອ​ເພີ່ມ​ທະວີ​ສາຍ​ພົວພັນ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລາຊະ​ອານາຈັກ ອັງກິດ ​ແຈ້ງ​ໃຫ້​ຮູ້​ວ່າ, ກອງ​ທຶນ​ວັດທະນາ​ຖາວອນ​ຂອງ​ລັດຖະບານ ອັງກິດ, ຈະ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ໃຫ້​ບັນດາ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ປານ​ກາງ​ໃນ​ພາກ​ພື້ນ, ​ໃນ​ນັ້ນ​ມີ ຫວຽດນາມ, ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ປອດ​ໄສ, ​ສະດວກ​ສະບາຍ, ແນ​ໃສ່ຮັບປະກັນ​ພັດທະນາ​ຢ່າງ​ໝັ້ນຄົງ​ໃນ​ອະນາຄົດ, ບົນ​ພື້ນຖານ​ເຄົາລົບ​ອຳນາດກົດໝາຍ, ສິດ​ທິມະນຸດ ​ແລະ ບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ.

ຂ່າວ/ບົດ​ອື່ນ