ຫວຽດນາມແລະລາຊະອານາຈັກອັງກິດເພີ່ມທະວີການຮ່ວມມືລະຫວ່າງພາກລັດ-ເອກະຊົນ

ຫວຽດນາມແລະລາຊະອານາຈັກອັງກິດເພີ່ມທະວີການຮ່ວມມືລະຫວ່າງພາກລັດ-ເອກະຊົນ - ảnh 1

ທ່ານ ຫວູວັນນິງ ຖະຫວາຍທູບທຽນ ປະທານໂຮ່ຈີມິນ ຢູ່
ສະຖານທູດ ຫວຽດນາມ ປະຈຳ ອັງກິດ (ພາບ: VGP)

(vovworld) – ​ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາຊະ​ອານາຈັກ ອັງກິດ, ຕອນ​ຄ່ຳ​ວັນ​ທີ 12/9, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄປ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກງານ, ພາລະ​ກອນ​ສະຖານທູດ ຫວຽດນາມ ປະຈຳ ອັງກິດ ກ່ອນ​ທີ່​ເດີນທາງ​ໄປ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ຢູ່ ສະ​ວິດ. ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ຫວູວັນ​ນິງ ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ພະນັກງານ, ພາລະ​ກອນ​ສະຖານທູດ ຫວຽດນາມ ປະຈຳ ອັງກິດ ​ທີ່ໄດ້​ຈັດ​ຕັ້ງ​ບັນດາ​ເຫດການ​ຂອງ​ຄະນະ​ປະຕິບັດ​ງານ​ຢູ່ ລາຊະ​ອານາຈັກ ອັງກິດ ​ສຳ​ເລັດ​ຜົນ, ​ເນັ້ນ​ໜັກວ່າ, ​ບັນດາ​ເຫດການນີ້​ໄດ້​ສ້າງ​ຄວາມ​ດູດ​ດຶ່ມຕໍ່​ລາຊະວົງ, ລັດຖະບານ ອັງກິດ, ດຶງ​ດູດ​ວິ​ສາ​ຫະກິດ, ມະຫາວິທະຍາ​ໄລ​ຂອງ​ອັງກິດ ນັບ​ຮ້ອຍ​ແຫ່ງ ​ເຂົ້າ​ຮ່ວມ ​ແລະ ​ແບ່ງປັນ, ຮ່ວມ​ມື​ກັບ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໃຫ້​ຮູ້​ວ່າ: ທີ່​ບັນດາ​ເຫດການ, ຝ່າຍ ຫວຽດນາມ ​ແນະນຳ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຂອງ ອັງກິດ ກ່ຽວ​ກັບປະ​ເທດ​ທີ່ມີ​ພົນລະ​ເມືອງ 90 ລ້ານ​ຄົນ, ດ້ວຍ​ກຳລັງ​ຊື້ - ຂາຍ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ລະບອບການ​ເມືອງ​ມີ​ສະຖຽນ​ລະ​ພາບ, ລັດຖະບານ​ຍືດໝັ້ນ​ບັນດາ​ມາດ​ຕະການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກ​ຫະຕິ, ຄວບ​ຄຸມ​ໄພ​ເງິນ​​ເຟີ້​ຢ່າງ​ມີ​ປະສິດທິ​ຜົນ, ພ້ອມ​ທັງ ປ່ຽນ​ໃໝ່, ​ເຊື່ອມ​ໂຍງ​ຢ່າງເລິກ​ເຊິ່ງ, ກ້ວາງ​ຂວາງ​​ເຂົ້າກັບ​ພື້ນຖານ​ເສດຖະກິດ​ສາກົນ​ຢ່າງ​ບໍ່​ຢຸດ​ຢັ້ງ. ນີ້​ຈະ​ແມ່ນ​ການ​ຮ່ວມ​ມື, ລົງທຶນທີ່​ມີ​ປະສິດ​ທິຜົນ ​ກັບບັນດາ​ວິ​ສາ​ຫະກິດ ອັງກິດ ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ ​ແມ່ນ​ໃນ 3 ຂົງ​ເຂດຮ່ວມ​ມືລະຫວ່າງ ພາກ​ລັດ - ​ເອກະ​ຊົນ ​ເພື່ອ​ພັດທະນາ​ໂຄງ​ລ່າງ, ​ເຂົ້າ​ຮ່ວມ​ການ​ຊື້ - ຂາຍ​ວິ​ສາ​ຫະກິດ ​ແລະ ຕະຫລາດ​ການ​ເງິນ.

ຂ່າວ/ບົດ​ອື່ນ