ຫວຽດນາມແລະລາວ ເພີ່ມທະວີການຮ່ວມມືໃນຂົງເຂດນິຕິບັນຍັດ

ຫວຽດນາມແລະລາວ ເພີ່ມທະວີການຮ່ວມມືໃນຂົງເຂດນິຕິບັນຍັດ - ảnh 1
(ທ່ານ ດີງເທຮີງ ແລະ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ລາວ)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ລາວ ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 12/04 ຢູ່​ນະຄອນຫລວງ ວຽງ​ຈັນ, ທ່ານ ດີງ​ເທ​ຮີ​ງ ກຳມະການ​ກົມ​ການ​ເມືອງ ຜູ້​ປະຈຳ​ຄະນະ​ເລຂາທິການ ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ປານີ ຢາ​ທໍ່​ຕູ້. ນະ​ທີ່​ນີ້ ທ່ານ ດີງ​ເທ​ຮີ​ງ ສະ​ເໜີ 2 ປະ​ເທດ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ຂໍ້​ມູນ​ຂ່າວ, ບົດຮຽນ, ວິຊາ​ສະ​ເພາະ​ໃນ​ຂົງ​ເຂດ​ນິຕິບັນຍັດ, ຕິດຕາມ​ກວດກາ ​ແລະ ຕັດສິນ​ບັນດາ​ບັນຫາ​ໃຫຍ່​ຂອງ​ປະ​ເທດ​ຊາດ; ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຜັນ​ຂະຫຍາຍ​ການປະຕິບັດ​ມີ​ຜົນງານ​ບັນດາ​ເນື້ອ​ໃນ​ຂໍ້​ຕົກລົງ​ຢູ່​ກອງ​ປະຊຸມ​ຄັ້ງ​ທີ 38 ຄະນະ​ກຳມະການ​ຮ່ວມ​ມື 2 ຝ່າຍ ຫວຽດນາມ - ລາວ ​ແລະ ບັນດາ​ສັນຍາ​ທີ່ໄດ້​ລົງ​ນາມຢ່າງ​ມີ​ຜົນ. ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ຢືນຢັນ​ວ່າ: ຈະ​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຂອງ ລາວ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ ຫວຽດນາມ ​ເພື່ອ​ຜັນ​ຂະຫຍາຍ​ການປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ລົງ​ນາມ​ເປັນ​ຢ່າງ​ດີ; ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ຫວຽດນາມ ທີ່ຍາມ​ໃດ​ກໍ່​ສະຫງວນ​ໃຫ້ ລາວ ການ​ສະໜັບສະໜູນ ​ແລະ ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫລວງ ​ແລະ ​ລ້ຳ​ຄ່າ​ນັບແຕ່​ກ່ອນ​ມາ​ນີ້ ​ແລະ ຢືນຢັນ​ວ່າ: ລາວ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາ​ດຂອງ​ຕົນ ​ເພື່ອພ້ອມ​ກັບ ຫວຽດນາມ ຮັກ​ສາ ​ແລະ ​ເພີ່ນພູນ​ຄູນ​ສ້າງ​​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ລາວ - ຫວຽດນາມ.

ຂ່າວ/ບົດ​ອື່ນ