ຫວຽດນາມແລະລາວສະຫລຸບໂຄງການປັກຫຼັກໝາຍຖີ່ແລະບຸລະນະປະຕິສັງຂອນລະບົບຫຼັກໝາຍຊາຍແດນ

ຫວຽດນາມແລະລາວສະຫລຸບໂຄງການປັກຫຼັກໝາຍຖີ່ແລະບຸລະນະປະຕິສັງຂອນລະບົບຫຼັກໝາຍຊາຍແດນ - ảnh 1
ພາບປະກອບ

(vovworld) – ​ ວັນ​ທີ 13/3, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ອອກ​ແຈ້ງ​ການ​​ໂດຍ​ໃຫ້​ຮູ້​ວ່າ: ວັນ​ທີ 16/3/2016, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ ​ແລະ ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ​ ທຳ​ມະ​ວົງ ຈະ​ເປັນ​ປະທານ​ພິທີ​ສະຫລຸບ​ຜົນ​ສຳ​ເລັດ​ຂອງໂຄງການ​ປັກ​ຫຼັກ​ໝາຍຖີ່ ​ແລະ ບູລະນະ​ປະຕິສັງຂອນ​ລະບົບ​ຫຼັກ​ໝາຍ​ຊາຍ​ແດນ ຫວຽດນາມ - ລາວ. ກ່ອນ​ໜ້າ​ນັ້ນ, ​ແຕ່​ວັນ​ທີ 1 – 2/3, ຢູ່​ຮ່າ​ໂນ້ຍ ​ໄດ້ດຳ​ເນີນ​ກອງ​ປະຊຸມ​ວົງ​ແຄບ​ລະຫວ່າງ ປະທານ​ກຳມາ​ທິການ​ປະສົມ​ປັກ​ຫຼັກ​ໝາຍ​ຊາຍ​ແດນ ຫວຽດນາມ  - ລາວ. 2 ຝ່າຍ​​ເຫັນ​ດີ​ເປັນ​ເອກະສັນ​ສະ​ເໜີ​​​ລັດຖະບານ 2 ປະ​ເທດ​ຈັດ​ຕັ້ງ​ພິທີ​ສະຫລຸບການ​ຜົນ​ສຳ​ເລັດ​ຂອງໂຄງການ​ປັກ​ຫຼັກ​ໝາຍ​ຖີ່ ​ແລະ ບູລະ​ນະ​ປະຕິສັງຂອນ​ລະບົບ​ຫຼັກ​ໝາຍ​ຊາຍ​ແດນ ຫວຽດນາມ - ລາວ ​ໂດ​ຍ​ໄວ ​ແລະ ​ເຊັນ​ເອກະສານ 2 ສະບັບ​ນັ້ນ​ແມ່ນ:​​ “ອະນຸ​ສັນຍາ​ກ່ຽວ​ກັບ​ເສັ້ນ​ຊາຍ​ແດນ ​ແລະ ຫຼັກ​ໝາຍ​ຊາຍ​ແດນ ຫວຽດນາມ - ລາວ” ​ແລະ “ສັນຍາ​ກົດ​ລະບຽບ​ການ​ຄຸ້ມ​ຄອງ​​ເຂດ​ຊາຍ​ແດນ ​ແລະ ດ່ານ​ຊາຍ​ແດນ​ທາງບົກ ຫວຽດນາມ - ລາວ”.


ຂ່າວ/ບົດ​ອື່ນ