ຫວຽດນາມແລະລາວເພີ່ມທະວີການຮ່ວມມືຂະແໜງສານ,ກວດກາ

ຫວຽດນາມແລະລາວເພີ່ມທະວີການຮ່ວມມືຂະແໜງສານ,ກວດກາ - ảnh 1
ເພີ່ມທະວີການຮ່ວມມືລະຫວ່າງສານປະຊາຊົນສູງສຸດ ຫວຽດນາມ - ລາວ
(ພາບ: TH)


(vovworld) -  ຕອນ​ເຊົ້າ​ວັນ​ທີ 3/8, ຢູ່​ຮ່າ​ໂນ້ຍ, ທ່ານຮອງ​ປະທານ​ສານ​ປະຊາຊົນ​ສູງ​ສຸດ ຫວຽດນາມ ບຸ​ຍງ້ອກຮ່ວາ ​ໄດ້​ໃຫ້ການ​ຕອນ​ຮັບ​ທ່ານ​ຮອງ​ປະທານ​ສານ​ປະຊາຊົນ​ສູງ​ສຸດ ລາວ ຄຳ​ຜາ ​ແສງ​ດາລາ ນຳ​ໜ້າ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ຮອງ​ປະທານ​ສານ ບຸ​ຍງ້ອກຮ່ວາ ​ເຊື່ອ​ໝັ້ນ​ວ່າ: ​ໃນ​ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ນີ້, 2 ຝ່າຍ​ຈະ​ສືບ​ຕໍ່​ແລກປ່ຽນ​ກ່ຽວ​ກັບ​ການພົວພັນ​ຮ່ວມ​ມື​ລະຫວ່າງສານຂອງ 2 ປະ​ເທດ ​ແລະ ​ແບ່ງປັນ​ບົດຮຽນ​ສ້າງ​ຕັ້ງ ​ແລະ ​ເຄື່ອນ​ໄຫວ​ຂອງ​ສານບໍລິຫານ​ໃນ​ລະບົບ​ສານ​ປະຊາຊົນ. ສານ​ປະຊາຊົນ​ສູງ​ສຸດ ຫວຽ​ດນາມ ຈະ​ສົມທົບ​ກັບ​ສານ​ປະຊາຊົນ​ສູງ​ສຸກ​ ລາວ ຈັດ​ຕັ້ງ​ກອງ​ປະຊຸມ​ສານ​ບັນດາ​ແຂວງ​ຊາຍ​ແດນ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ​ ​ໃນ​ປີ 2016 ຢູ່ ຫວຽດນາມ. ສ່ວນ​ທ່ານ​ຮອງ​ປະທານ​ສານ ຄຳ​ຜາ ​ແສງ​ດາລາ ປາດ​ຖະໜາ​ຢາກ​ໃຫ້ 2 ຝ່າຍ​ສືບ​ຕໍ່​ຮັກສາ​ບັນດາ​ການ​ຢ້ຽມຢາມ​ຂອງ​ການ​ນຳ​ສານ​ສູງສຸດ 2 ປະ​ເທດ ​ແລະ ບັນດາທ້ອງ​ຖິ່ນ​ທີ່​​ເປັນແຮກສ່ຽວ​ໃນ​ແຕ່ລະປີ.

        ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ລາວ​ ​ໃນ​ລະ​ຫວ່າງ​ວັນ​ທີ 2 – 6/8, ຕອນ​ເຊົ້າ​ວັນ​ທີ 3/8 ຢູ່ນະຄອນຫລວງ ວຽງຈັນ, ຄະນະ​ຜູ້​ແທນ​ອົງການກວດກາ​ລັດຖະບານ ຫວຽດນາມ ​ໂດຍ​ທ່ານ ຫງວຽນ​ດືກ​ເລື້ອງ ຮອງ​ຫົວໜ້າ​ອົງການ​ກວດກາ​ລັດຖະບານ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ອົງການກວດກາ​ລັດຖະບານ ລາວ ​ໂດຍ​ທ່ານ ຄຳ​ສຸກ ບົວ​ຍະ​ວົງ ຮອງ​ຫົວໜ້າ​ອົງການ​ກວດກາ​ລັດຖະບານ ​ເປັນ​ຫົວໜ້າ​ຄະນະ. 2 ຝ່າຍ​ຕີ​ລາຄາ​ສູງ​ໝາກຜົນ​ການ​ຮ່ວມ​ມື​ແລກປ່ຽນ​ບົດຮຽນ​ວິ​ຊາ​ສະ​ເພາະລະຫວ່າງ 2 ອົງການ​ກວດກາ​ລັດຖະບານ​ໃນ​ໄລຍະ​ຜ່ານ​ມາ ​ແລະ ຢືນຢັນ​ວ່າ: ບັນດາ​ບົດຮຽນນີ້ ຈະ​ປະກອບສ່ວນ​ບໍ່​ໜ້ອຍ​ເຂົ້າ​​ໃນການ​ສຳ​ເລັດ​ໜ້າ​ທີ່​ການ​ເມືອງ​ຂອງ 2 ຂະ​ແໜງ​ການ​ກວດກາ 2 ປະ​ເທດ​ເວົ້າ​ສະ​ເພາະ ​ແລະ ສ້າງ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ລາວ ​ເວົ້າ​ລວມ.

ຂ່າວ/ບົດ​ອື່ນ