ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນຂົງເຂດກວດກາ

ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນຂົງເຂດກວດກາ - ảnh 1
ພາບປະກອບ

(vovworld) – ​ໃນ​ຂອບ​ເຂດການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່​ລາວ, ວັນ​ທີ 31/1, ຢູ່​ນະຄອນຫຼວງ ວຽງ​ຈັນ, ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ກວດກາ​ສູນ​ກາງ ພັກ​ກອມ​ມູນິດ ຫວຽດນາມ ​ໂດຍ​ທ່ານ​ຮອງ​ຫົວໜ້າ​ຜູ້​ປະຈຳການ​ຄະນະ​ກຳມະການ​ກວດກາ​ສູນ​ກາງ ມາຍ​ເທ໋​ເຢືອງ, ​ເປັນ​ຫົວໜ້າ​ຄະ​ນະ ​ໄດ້​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ກວດກາ​ສູນ​ກາງ ​ແລະ ອົງການກວດກາ​ລັດຖະບານ ລາວ ​ໂດຍ​ທ່ານ​ຮອງ​ຫົວໜ້າ​ຄະນະ​ກວ​ດກາ​ສູນຫກາງ, ຮອງ​ຫົວໜ້າ​​ອົງການ​ກວດກາ​ລັດຖະບານ ລາວ ທອງ​ສີ ອ້ວນ​ລາສີ ​ເປັນ​ຫົວໜ້າ​ຄະນະ. ນະ​ທີ່​ນີ້, 2 ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​ພັດທະນາ​ກໍ່​ຄື​ການ​ເຄື່ອນ​ໄຫວ​ກວ​ດກາ​ຢູ່​ແຕ່ລະ​ປະ​ເທດ, ທົບ​ທວນຄືນ​ສະພາບ​ການ​ຮ່ວມ​ມື ລະຫວ່າງ 2 ຝ່າຍ​ໃນ​ໄລຍະ​ຜ່ານ​ມາ, ຢັ້ງຢືນ​ການ​ພົວພັນ​ນີ້​ນັບ​ມື​ນັບ​​​ແທດຈິງ ​ແລະ ມີ​ປະສິດທິ​ຜົນ.

  ​ໃນ​ຂອບ​​ເຂດ​ການ​ຢ້ຽມຢາມ, ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 30/1 – 2/2, ສອງຝ່າຍ​ໄດ້​ຈັດ​ຕັ້ງ​ການ​ພົວພັນ​ແລກປ່ຽນ​ກິ​ລາ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມັກຄີ, ການ​ຮ່ວມ​ມື​ເຂົ້າ​ອົກ​ເຂົ້າ​ໃຈ ​ແລ​ະ ຄວາມສະໜິດ​ຕິດ​ພັນ​ເຊິ່ງກັນ ​ແລະ ກັນລະຫວ່າງ​ບັນດາ​ພະນັກງານ​ຂອງ 2 ອົງການ.

 

ຂ່າວ/ບົດ​ອື່ນ