ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນຂົງເຂດກະສິກຳ-ປ່າໄມ້

ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນຂົງເຂດກະສິກຳ-ປ່າໄມ້ - ảnh 1
ຫວຽດນາມ - ລາວ​ ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ - ປ່າ​ໄມ້
(ພາບ: phamkien/vietnam+)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ ​ລະຫວ່າງ​ວັນ​ທີ 19 – 21/7, ວັນ​ທີ 21/7, ຢູ່​ນະຄອນຫລວງ ວຽງ​ຈັນ, ຄະນະ​ຜູ້​​ແທນ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽ​ດນາມ ​ໄດ້​ມີການ​ປະຊຸມ​ກັບ​ຄະນະ​ຜູ້​ແທນ​ກະຊວງ​ກະສິກຳ - ປ່າ​ໄມ້ ລາວ. ຕາມ​ນັ້ນ​ແລ້ວ, ຫວຽດນາມ - ລາວ​ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ໃນ​ຂົງ​ເຂດ​ກະສິກຳ - ປ່າ​ໄມ້, ສິນ​ໃນ​ນ້ຳ ​ແລະ ພັດທະນາ​ຊົນນະບົດ, ​ໃນ​ນັ້ນ, ສຸມ​ໃສ່​ເຂົ້າ​​ຂົງ​ເຂດ​ວິທະຍາສາດເຕັກນິກ, ການບຳລຸງ​ສ້າງ, ການ​ລົງທຶນ ​ແລະ ການ​ຄ້າ.

        ​ໃນ​ແຜນການ​ຮ່ວມ​ມື​ສົກ​ປີ 2015 – 2016, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຊຸດ​ຍູ້​ການ​ຮ່ວມ​ມື​ຮອບດ້ານ​ໃນ​ຂົງ​ເຂດ​ກະສິກຳ, ​ປ່າ​ໄມ້ ​ແລະ ພັດທະນາ​ຊົນນະບົດ, ສຸມ​ໃສ່​ເຂົ້າ​ບັນດາ​ຂົງ​ເຂດ​ວິທະຍາສາດ​ເຕັກນິກ, ການບຳລຸງ​ສ້າງ, ການ​ລົງທຶນ ​ແລະ ການ​ຄ້າກວ່າ​ອີກ. ສຳ​ລັບການ​ຮ່ວມ​ມື​ລະຫວ່າງ 2 ກະຊວງ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື ບໍ່​ພຽງ​ແຕ່​ຢູ່​ຂັ້ນ​ກະຊວງ ​ຫາກຍັງ​ຢູ່​ຂັ້ນ​ອົງການ​ວິຊາ​ການ​ຂອງ 2 ກະຊວງ ບົນ​ນ້ຳ​ໃຈມິດຕະພາບ​ພິ​ເສດ, ການຮ່ວມ​ມື​ຮອບດ້ານ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ ຜ່ານ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​​ເປັນປະຈຳ, ຈັດ​ຕັ້ງ​ການປະຕິບັດ​ລາຍການ, ​ໂຄງການຕ່າງໆ​ເຊິ່ງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ລະຫວ່າງ 2 ກະຊວງ, ​ທັງ​ຢູ່ຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ບຳລຸງ​ສ້າງ, ຖ່າຍ​ທອດ​ເຕັກ​ໂນ​​ໂລ​ຢີ​ໃນ​ຂົງ​ເຂດຕົ້ນ​ໄມ້​ກິນ​ໝາກ ​ແລະ ລ້ຽງ​ປູກ​ສິນ​ໃນ​ນ້ຳ; ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ນັກ​ຊ່ຽວຊານ​ເພື່ອ​ແນ​ໃສ່​ຍົກ​ສູງຄວາມ​ສາມາດ​ບຳລຸງ​ສ້າງ ​ແລະ ຄົ້ນຄວ້າ​ລະຫວ່າງ​ບາງ​ສະ​ຖາ​ບັນ, ມະຫາ​ວິທະຍາ​ໄລ, ວິທະຍາ​ໄລທີ່ຂຶ້ນ​ກັບ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ແລະ ກະຊວງ​ກະສິກຳ - ປ່າ​ໄມ້ ລາວ.

ຂ່າວ/ບົດ​ອື່ນ