ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນຂົງເຂດຄວາມປອດໄພປະກາຍລັງສີແລະນິວເຄຼຍ

ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນຂົງເຂດຄວາມປອດໄພປະກາຍລັງສີແລະນິວເຄຼຍ - ảnh 1
(ພາບ​ປະ​ກອບ​ຈາກ Vũ Sinh/TTXVN)

(​vovworld) – ​ ​​​ໃນ​ຂອບ​ເຂດ​ໜ້າ​ທີ່​ຮ່ວມ​ມື​ສາ​ກົນ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ, ວັນ​ທີ 25/11, ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ກອງ​ປະ​ຊຸມ​ສຳ​ມະ​ນາ “ການຄຸ້ມ​ຄອງ​ແຫ່ງ​ລັດ​ກ່ຽວ​ກັບ​ຄວາມ​ປອດ​ໄພດ້ານ​ປະ​ກາຍ​ລັງ​ສີ ແລະ ນິວ​ເຄຼຍ”. ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ເຈີ່ນ​ວຽດແທງ, ເນັ້ນ​ໜັກວ່າ: ດ້ວ​ຍ​ບົດ​ບາດ​ແ​ມ່ນ​ສະ​ມາ​ຊິກ​ຂອງ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ (IAEA), ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ແບ່ງ​ປັນ​ບົດ​ຮຽນ​ຂອງ​ຕົນ​ເພື່ອໜູນ​ຊ່ວຍ​ລາວ ປະ​ຕິ​ບັດ​ສ​ຳ​ເລັດ​ພື້ນ​ຖານ​ໂຄງ​ລ່າງ​​​ນິ​ຕິ​ກຳ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ປະ​ກາຍ​ລັງ​ສີ ແລະ ນິວ​ເຄຼຍ ໂດຍ​ໄວ, ຝ່າຍ ຫວຽດ​ນາມ ກໍ່​ແບ່ງ​ປັນ​ບັນ​ດາ​ນະ​ໂຍ​ບາຍ, ລະ​ບົບ​ເອ​ກະ​ສານ, ນີ​ຕິ​ກຳ ແລະ ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ປະ​ກາຍ​ລັງ​ສີ ແລະ ນິວ​ເຄຼຍ​ຂອງ ຫວຽດ​ນາມ, ພ້ອມ​ທັງ​ແນະ​ນຳ​ບັນ​ດາ​ການ​ນຳ​ໃຊ້​ພະ​ລັງ​ງານ​ປະ​ລະ​ມາ​ນູ​ພວມ​ໄດ້​ຮັບ​ການ​ຂຸດ​ຄົ້ນ, ນຳ​ໃຊ້​ຢູ່ ຫວຽດ​ນາມ.

        ສ່ວນ​ຝ່າຍ​ລາວ, ທ່ານ ສຸ​ລິ​ອູ​ດົງ ສູນ​ດາ​ລາ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ລາວ ຕີ​ລາ​ຄາ​ສູງການ​ໜ​ູນ​ຊ່ວຍ​ຂອງ ຫວຽດ​ນາມ ໃນ​ການ​ຮ່ວມ​ມື​ສ້າງ​ເອ​ກະ​ສານ​ນິ​ຕິ​ກຳ ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ປະ​ກາຍ​ລັງ​ສີ, ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ​ການກໍ່​ສ້າງພື້ນ​ຖານ​ໂຄງ​ລ່າງ, ເຕັກ​ນິກ, ກວດ​ກາ​ແຫຼ່ງ​​ກຳ​ມັນ​ຕະ​ພາບ​ລັງ​ສີ​ປະ​ຈຸ​ບັນ​ຢູ່​ລາວ. ທ່ານ ສຸ​ລິ​ອູ​ດົງ ສູນ​ດາ​ລາ ເນັ້ນ​ໜັກ​ບົດ​ບາດ​ສຳ​ຄັນ​ຂອງ​ເລື່ອງ​ພັດ​ທະ​ນາ​ແຫຼ່ງ​ພະ​ລັ​ງ​ງານ​ປະ​ກາຍ​ລັງ​ສີ, ນ​ອກ​ຈາກ​ຈຸດ​ປະ​ສົງ​ສັນ​ຕິ​ພາບ, ລາວ ຕ້ອງ​ນຳ​ໃຊ້​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ພິ​ເສດ​ແມ່ນ​ເລື່ອງ​ນຳ​ໃຊ້​ໃນ​ຂົງ​ເຂດ​ຂຸດ​ຄົ້ນ​ບໍ່​ແຮ່.


ຂ່າວ/ບົດ​ອື່ນ