ຫວຽດນາມແລະລາວແລກປ່ຽນບົດຮຽນໃນການຄຸ້ມຄອງລັດກ່ຽວກັບວຽກງານສາສະໜາ

ຫວຽດນາມແລະລາວແລກປ່ຽນບົດຮຽນໃນການຄຸ້ມຄອງລັດກ່ຽວກັບວຽກງານສາສະໜາ - ảnh 1
ການເຮັດວຽກລະຫວ່າງ 2 ຝ່າຍ
(ພາບ: Hoàng Chương/Vietnam+)

(vovworld) – ​ວັນ​ທີ 4/9, ຄະນະ​ຜູ້​ແທນ​ຄະນະ​ສາສະໜາ​ຂອງ​ລັດຖະບານ ຫວຽດນາມ ​ເລີ່​ມ​ການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ລາວ, ​ແຕ່​ວັນ​ທີ 4 – 7/9, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ. ທີ່​ການ​ເຈລະຈາກັບ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນນຳ​ກັນ​ວ່າໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ຮ່ວມ​ມື​ໄລຍະ 2014 – 2020 ທີ່​ໄດ້​ລົງ​ນາມ​​ແລ້ວ​ຢ່າງ​ມີ​ປະສິດທິ​ຜົນ, ​ແລກປ່ຽນ​ຄະນະ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບົດຮຽນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ລັດ​ກ່ຽວກັບ​ສາສະໜາ​ຂອງ​ແຕ່ລະ​ປະ​ເທດ​ເປັນ​ປະຈຳ, ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ປະຕິບັດ​ໂຄງການ​ຮ່ວມ​ມື, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ສາສະໜາ ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ 2 ອົງການ​ພຸດທະ​ສາສະໜາ ​ແລະ 2 ປະ​ເທດ ຫວຽດນາມ - ລາວ. ພ້ອມ​ກັນ​ນັ້ນ, 2 ຝ່າຍ​ຈະພ້ອມ​ກັນ​ໂຄສະນາ​ເຜີຍ​ແຜ່​ຢ່າງ​ເລິກ​ເຊິ່ງ - ກ້ວາງ​ຂວາງ​ ​ໃນໝູ່​ປະຊາຊົນ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ​ກ່ຽວ​ກັບ​ການ​ພົວພັນ​​ແບບພິ​ເສດ ຫວຽດນາມ - ລາວ ​ເພື່ອ​ພ້ອມ​ກັນ​ຮັກສາ, ​ເພີ່ມ​ພຸ​ນຄຸນ​ສ້າງສາ​ຍພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ ຄວາມສາມັກຄີ, ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະ​ຫວ່າງ 2 ປະ​ເທດ​ເຊິ່ງລຸ້ນພໍ່​ລຸ້ນອ້າຍ​ໄດ້​ສ້າງ​ຂຶ້ນ​ໃຫ້.


ຂ່າວ/ບົດ​ອື່ນ