ຫວຽດນາມແລະສີລັງກາມີເງື່ອນໄຂສະດວກຫລາຍຢ່າງເພື່ອຊຸກຍູ້ການພົວພັນ2ປະເທດໃນໄລຍະຈະມາເຖິງ

ຫວຽດນາມແລະສີລັງກາມີເງື່ອນໄຂສະດວກຫລາຍຢ່າງເພື່ອຊຸກຍູ້ການພົວພັນ2ປະເທດໃນໄລຍະຈະມາເຖິງ - ảnh 1
(ພາບປະກອບ)

(vovworld) – ​ “ຫວຽດນາມ​ ແລະ​ ສີ​ລັງກາ​ ມີ​ເງື່ອນ​ໄຂ​ສະດວກຫລາຍ​ຢ່າງ​ເພື່ອ​ຊຸກຍູ້​ການ​ພົວພັນ2​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ” ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາງ ຟາ​ນ ກ່ຽວທູ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສີ​ລັງກາ ​ໃນ​ການ​ຕອບ​ສຳພາດ​ໂດຍ​ກົງ​ຕໍ່​ວິທະຍຸ​ກະຈາຍສຽງ​ສູນ​ກາງ ສີ​ລັງກາ (Radio Sri Lanka) ​ໃນ​ວັນ​ທີ 08/02/2016. ​ເມື່ອ​ຕອບ​​ຄຳ​ຖາມ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ສີ​ລັງກາ ​ແລະ ທິດທາງ​ຊຸກຍູ້​ການ​ພົວພັນ 2 ຝ່າຍ. ທ່ານ​ນາງເອກ​ອັກຄະ​ລັດຖະທູດ ຟາ​ນກ່ຽວ​ທູ ​ເນັ້ນ​ໜັກ​ວ່າ: ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ພົວພັນ ຫວຽດນາມ - ສີ​ລັງກາ ​ໄດ້ພັດທະນາ​ຢ່າງ​​​ແຮງ, ວົງ​ເງິນ​ການ​ຄ້າ 2 ສົ້ນ​ເພີ່ມ​ຂຶ້ນ 30% ຕໍ່​ປີ, ​ເຊິ່ງ​ແມ່ນລະດັບ​ສູງ​ສຸດ​ໃນ​ບັນດາ​ປະ​ເທດ ອາຊີ​ໃຕ້. ປະຈຸ​ບັນ ສີ​ລັງກາ ພວມ​ເປີດ​ກ້ວາງ​ການ​ລົງທຶນ​ເຂົ້າ ຫວຽດນາມ ດ້ວຍ 14 ​ໂຄງການ (ດ້ວຍ​ຍອດຈຳນວນ​ເງິນ​ທຶນ​ປະມານ 77 ລ້ານ USD).

        ກ່ຽວ​ກັບ​ບັນ​ຫາ​ພາກ​ພື້ນ ​ແລະ ສາກົນ, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ​ຖື​ວ່າ: ​ເລື່ອງ​ສ້າງ​ຕັ້ງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​ປີ 2015 ບໍ່​ພຽງ​ແຕ່​ແມ່ນ​ບາດກ້າວ​ສຳຄັນ​ໃນ​ການ​ເຊື່ອມ​ໂຍງດ້ານ​ເສດຖະກິດ​ເຂົ້າ​ກັບພາກ​ພື້ນ​ເທົ່າ​ນັ້ນ ຫາກ​ຍັງມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫລວງ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາຫພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ພິ​ເສດ​ແມ່ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ອີກ​ດ້ວຍ. ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ​ຖື​ວ່າ: ​ເລື່ອງ ຈີນ ປະຕິບັດການບິນ​ທົດ​ລອງ​ໄປ​ຍັງ​ສະໜາມ​ບິນ ຊຶ່ງ ຈີນ ກໍ່ສ້າງ​ຢ່າງຜິດ​ກົດໝາຍ​ໃນ​ຫີນ ຈື​ເທີ້ບ ຂຶ້ນ​ກັບ​ໝູ່​ເກາະ ​ເຈື່ອງ​ຊາ ຂອງ ຫວຽດນາມ ​ແລະ ​ເຮືອບິນຂອງ ຈີນ ລະ​ເມີດ​ເຂດ​ຄຸ້ມ​ຄອງ​ການບິນ​ຂອງ ຫວຽດນາມ ຢ່າງ​ລຽນຕິດ ​ແມ່ນ​ການ​ກະທຳອັນຕະລາຍ​ທີ່​ສຸດ; ​ນາບ​ຂູ່​​ເຖິງສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ; ລ່ວງ​ລະ​ເມີດ​ຢ່າງ​ຮ້າຍ​ແຮງ​​ເຖິງອະທິປະ​ໄຕ​ຢູ່ໝູ່​ເກາ​ະ ​ເຈື່ອງ​ຊາ ຂອງ ຫວຽດນາມ. ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ກໍ່​ເນັ້ນ​ໜັກ​ເຖິງ​ແຜນ​ນະ​ໂຍບາຍ​ຂອງ ຫວຽດນາມ ​ແມ່ນ​ແກ້​ໄຂ​ບັນຫາຂັດ​ແຍ້​ງກັນ​ດ້ວຍ​​ສັນຕິ​ວິ​ທີ ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ, ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982.

ຂ່າວ/ບົດ​ອື່ນ