ຫວຽດນາມແລະສ.ເກົາຫຼີ ລົງນາມໃນສັນຍາການຄ້າເສລີ

ຫວຽດນາມແລະສ.ເກົາຫຼີ ລົງນາມໃນສັນຍາການຄ້າເສລີ - ảnh 1
ພິ​ທີລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - ສ​ເກົາຫຼີ
(ພ​າບ: VGP/Nhật Bắc)

(vovworld) - ພາຍຫຼັງ 2 ປີ ​ແຫ່ງ​ການ​ເຈລະຈາ, ຕອນ​ເຊົ້າ​ວັນ​ທີ 5/5, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ - ການ​ຄ້າ ຫວຽດນາມ ຫວູຮູ​ຍຮ່ວາງ ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງການ​ຄ້າ, ອຸດສາຫະກຳ ​ແລະ ພະລັງງານ ສ​ເກົາຫຼີ Yoonsang – jick ​ໄດ້​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - ສ​ເກົາຫຼີ ຢ່າງ​ເປັນ​ທາງ​ການ. ​ເລື່ອງ​ລົງ​ນາມ​ໃນ​ສັນຍາການ​ຄ້າ​ເສລີ (FTA) ຫວຽດນາມ - ສ​ເກົາຫຼີ  ຈະ​ຊ່ວຍ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ຈັດ​ແບ່ງ ​ແລະ ນຳ​ໃຊ້​ແຫຼ່ງກຳລັງ​ສັງຄົມ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ​ອີກ, ຈາກ​ນັ້ນ​ຊຸກຍູ້​ວິວັດ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານເສດຖະກິດຕາມ​ທິດ​ຍົກ​ສູງ​ມູນ​ຄ່າ​ເພີ່ມ, ຮັບ​ໃຊ້​ຈຸດໝາ​ຍພັດທະນາ​ຢ່າງ​ໝັ້ນຄົງ.

        ຄາດ​ວ່າ​ສັນຍາ FTA ຫວຽດນາມ - ສ​ເກົາຫຼີ​ ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດທາງ​ດ້ານສັງຄົມ​ຢ່າງ​ຕັ້ງໜ້າ, ຍ້ອນ​ສ້າງ​ວຽກ​ເຮັດ​ງານ​ທຳ​ຫຼາຍ​ຢ່າງ​ໃຫ້​ຜູ້​ອອກ​ແຮງ​ງານ​ຫວຽດນາມ, ຍົກ​ສູງ​ລາຍ​ຮັບ, ປະກອບສ່ວນ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ເຂດ​ຊົນນະບົດ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ - ການ​ຄ້າຫວຽດນາມ ຫວູຮູ​ຍຮ່ວາງ, ​ໃຫ້​ຮູ້​ວ່າ:

        “ຄຽງ​ຂ້າງ​ເລື່ອງ​ລົງ​ນາມ​ໃນ​ສັນຍາ FTA, ສອງ​ຝ່າ​ຍກໍ່​ໄດ້​ປຶກສາ​ຫາລື​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ, ​ເສດຖະກິດ, ການ​ລົງທຶນ​ອີກ. ພິ​ເສດ, ສ​ເກົາຫຼີ​ ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຊ່ວຍ​ຫວຽດນາມ ພັດທະນາ​ຂະ​ແໜງ​ອຸດສາຫະກຳ​ສຳຮອງ. ອາດ​ເວົ້າ​ໄດ້​ວ່າ, ບັນດາ​ເປົ້າ​ໝາຍ​ຂອງ​ຫວຽດນາມ ທີ່​ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດຈາກ​ສັນຍາ​ນີ້, ກ່ອນ​ອື່ນ​ໝົດ​ແມ່ນ​ຂົງ​ເຂດ​ອຸດສາຫະກຳ, ຊາວ​ກະ​ສີກ​ອນ, ຊົນນະບົດ, ຂົງ​ເຂດ​ອຸດສາຫະກຳ​ຜະລິດ​ປຸງ​ແຕ່ງ, ຂົງ​ເຂດ​ອຸດສາຫະກຳ​ທີ່​ນຳ​ໃຊ້​ຜູ້​ອອກ​ແຮງ​ງານ​ຫຼາຍ​ຄື: ຕຳ​​ແຜ່ນ, ຕັດຫຍິບ ​ແລະ ​ເກີບ​ໜັງ“.

        ​ແລະ ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 5/5, ​ເມື່ອ​ໃຫ້ການ​ຕ້ອນຮັບທ່ານ​ລັດຖະມົນຕີ​ວ່າການ​ກະຊວງການ​ຄ້າ, ອຸດສາຫະກຳ ​ແລະ ພະລັງງານ ສ​ເກົາຫຼີ Yoonsang – jick. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ໋ນຢຸງ ​ໄດ້​ເນັ້ນ​ໜັກ​ວ່າ, ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - ສ​ເກົາຫຼີ ​ໄດ້​ຮັບ​ການ​ລົງ​ນາມຈະ​ແມ່ນ​ກຳລັງ​ໜູນ​ໃໝ່, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ຂົງ​ເຂດ​ເສດຖະກິດ, ການຄ້າ, ການ​ລົງທຶນ, ການທ່ອງທ່ຽວ… ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ ຢືນຢັນ​ວ່າ, ລັດຖະບານ​ຫວຽດນາມ ຖື​ເປັນ​ສຳຄັນ​ພິ​ເສດ ​ແລະ ປາຖະໜາ​ຈະ​ພ້ອມ​ກັບ​ຝ່າຍ ສ​ເກົາຫຼີ ມານະ​ພະຍາຍາມ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງຂວາງ, ​ແທດ​ຈິງ, ມີ​ປະສິດທິ​ຜົນ ​ເພື່ອ​ຜົນ​ປະ​​ໂຫຍ​ດ ​ແລະ ການ​ພັດທະນາ​ລວມຂອງ​ທັງ​ສອງ​ປະ​ເທດ.


ຂ່າວ/ບົດ​ອື່ນ