ຫວຽດນາມແລະສ.ເກົາຫຼີຮ່ວມມືມອບໂອນເຕັກໂນໂລຊີໃນຂົງເຂດກໍ່ສ້າງ,ພື້ນຖານໂຄງລ່າງ,ຄົມມະນາຄົມ

ຫວຽດນາມແລະສ.ເກົາຫຼີຮ່ວມມືມອບໂອນເຕັກໂນໂລຊີໃນຂົງເຂດກໍ່ສ້າງ,ພື້ນຖານໂຄງລ່າງ,ຄົມມະນາຄົມ - ảnh 1
(ພາບປະກອບ: TTXVN)

​(vovworld) - ​ວັນ​ທີ 09/06, ຢູ່​ນະຄອນ​ໂຮ່ຈິ​ມິນ, ກົມ​ນຳ​ໃຊ້ ​ແລະ ພັດທະນາ​ເຕັກ​ໂນ​ໂລ​ຊີ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີຫວຽດນາມ ​ໄດ້​ສົມທົບ​ກັບ​ອົງ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ສ.​ເກົາຫຼີ ຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາ “​ເຕັກ​ໂນ​ໂລ​ຊີ​ໃໝ່​ນຳ​ໃຊ້​ໃນ​ການ​ກໍ່ສ້າງ - ພື້ນຖານ​ໂຄງ​ລ່າງ - ຄົມມະນາຄົມ”, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການຮ່ວມ​ມື​ຄົ້ນຄວ້າ, ມອບ​ໂອນ​ເຕັກ​ໂນ​ໂລ​ຊີ​ລະຫວ່າງ​ຫວຽດນາມ ​ແລະ ສ.​ເກົາຫຼີ ​ໃນ​ຂົງ​ເຂດ​ກໍ່ສ້າງ, ພັດທະນາ​ພື້ນຖານ​ໂຄງ​ລ່າງ, ຄົມມະນາຄົມ​ຂົນ​ສົ່ງ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ສ.​ເກົາຫຼີ ​ໄດ້​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ຄວາມ​ຕ້ອງການ​ເຕັກ​ໂນ​ໂລ​ຊີ​ຈາກ​ຝ່າຍ​ວິ​ສາ​ຫະກິດ​ຫວຽດນາມ, ບັນດາ​ທ່າ​ແຮງ​ ​ແລະ ກຳນົດ​ທິດພັດທະນາ​ຂອງ​ຫວຽດນາມ​ໃນ​ຂົງ​ເຂດ​ດັ່ງກ່າວ. ນອກຈາກນັ້ນ, ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດສ.​ເກົາຫຼີ ​ໄດ້​​ໂຄສະນາ​ເຕັກ​ໂນ​ໂລຊີ​ໃໝ່, ກ້າວໜ້າ​ໃນ​ຂົງ​ເຂດການ​ກໍ່ສ້າງ, ພັດທະນາ​ພື້ນຖານ​ໂຄງ​ລ້າງ, ຄົມມະນາຄົມ​ຂົນ​ສົ່ງ.

        ​ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມ​ວິທະຍາສາດ​ເຕັກນິກ​ການ​ກໍ່ສ້າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ສະມາຄົມ​ເຕັກ​ໂນ​ໂລ​ຊີ​ໃໝ່​ໃນ​ການ​ກໍ່ສ້າງ - ຄົມມະນາຄົມ​ສ.​ເກົາຫຼີ ​ໄດ້​ລົງ​ນາມ​ໃນສັນຍາ​ຮ່ວມ​ມື ກ່ຽວ​ກັບ​ການ​ສົມທົບ​ກັນ​ຜັນ​ຂະຫຍາຍ, ນຳ​ໃຊ້​ບັນດາ​ເຕັກ​ໂນ​ໂລ​ຊີ​ໃໝ່​ເຂົ້າ​ໃນ​ຂົງ​ເຂດ​ກໍ່ສ້າງ​ພົນລະ​ເຮືອນ ​ແລະ ອຸດສາ​ຫະກຳ.

ຂ່າວ/ບົດ​ອື່ນ