ຫວຽດນາມແລະສ.ເຊັກໂກເພີ່ມທະວີການຮ່ວມມືໃນຂົງເຂດທ່ອງທ່ຽວ

(VOVWORLD) -ບັນດາເຈົ້າໜ້າທີ່ ແລະ ຜູ້ຕາງໜ້າບັນດາວິສາຫະກິດຂອງ 2 ປະເທດ ໄດ້ແນະນຳບັນດາຄວາມສາມາດບົ່ມຊ້ອນທີ່ອຸດົມສົມບູນຂອງປະເທດຕົນ

ຫວຽດນາມແລະສ.ເຊັກໂກເພີ່ມທະວີການຮ່ວມມືໃນຂົງເຂດທ່ອງທ່ຽວ - ảnh 1ເວທີປາໄສທ່ອງທ່ຽວຫວຽດນາມ - ເຊັກໂກ

(ພາບ: TTXVN)

ວັນທີ 30 ມິຖຸນາ, ຢູ່ນະຄອນຫຼວງປຣາຮາ, ສະຖານທູດຫວຽດນາມ ປະຈຳສ.ເຊັກໂກ ໄດ້ຈັດເວທີປາໄສທ່ອງທ່ຽວຫວຽດນາມ - ເຊັກໂກ. ນີ້ແມ່ນການເຄື່ອນໄຫວນອນໃນບັນດາເຫດການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (1950 – 2020), ພ້ອມທັງຊຸກຍູ້ການຮ່ວມມືໃນຂົງເຂດທ່ອງທ່ຽວພາຍຫຼັງຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19. ທີ່ເວທີປາໄສ, ບັນດາເຈົ້າໜ້າທີ່ ແລະ ຜູ້ຕາງໜ້າບັນດາວິສາຫະກິດຂອງ 2 ປະເທດ ໄດ້ແນະນຳບັນດາຄວາມສາມາດບົ່ມຊ້ອນທີ່ອຸດົມສົມບູນຂອງປະເທດຕົນ, ກໍຄືວາງອອກບັນດາມາດຕະການແກ້ໄຂ ແລະ ສ້າງບັນດາລາຍການທ່ອງທ່ຽວ ເພື່ອແນໃສ່ດຶງດູດນັກທ່ອງທ່ຽວຈາກທັງ 2 ຝ່າຍ. ນະທີ່ນີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສ.ເຊັກໂກ ໂຮ່ມິນຕ໊ວນ, ໃຫ້ຮູ້ວ່າ.

        “ການເຄື່ອນໄຫວໃນປີນີ້ມີແມ່ນຄວາມໝາຍພິເສດໃນສະພາບໂລກລະບາດໂຄວິດ-19 ແກ່ຍາວເປັນເວລາຫຼາຍເດືອນຜ່ານມາ ແລະ ບັນດາປະເທດພວມປິດເມືອງ. ປະຈຸບັນ, ໂລກລະບາດຄ່ອຍໆຄວບຄຸມໄດ້ແລ້ວ ແລະ ບັນດາປະເທດໄດ້ສ້າງແຜນການຊຸກຍູ້ການທ່ອງທ່ຽວ ແລະ ເປີດສາຍການບິນຄືນໃໝ່. ສະນັ້ນ, ໃນ 3 ຫົວຂໍ້ຮ່ວມມືໃນປີ 2020, ພວກຂ້າພະເຈົ້າໄດ້ເລືອກເອົາຫົວຂໍ້ທ່ອງທ່ຽວເປັນແຜນການທຳອິດ ຍ້ອນມັນມີຄວາມໝາຍພິເສດໃນສະພາບທີ່ທັງຫວຽດນາມ ແລະ ສ.ເຊັກໂກ ໄດ້ປຶກສາຫາລືກ່ຽວກັບການຟື້ນຟູເສດຖະກິດ, ໃນນັ້ນມີການຟື້ນຟູດ້ານການທ່ອງທ່ຽວ ແລະ ເຊື່ອມຕໍ່ສາຍການບິນຄືນໃໝ່”.

ຕອບກັບ

ຂ່າວ/ບົດ​ອື່ນ