ຫວຽດນາມແລະອັກຊັງຕີນເປີດກ້ວາງການພົວພັນຮ່ວມມື

ຫວຽດນາມແລະອັກຊັງຕີນເປີດກ້ວາງການພົວພັນຮ່ວມມື - ảnh 1
ທ່ານ ຮວິ່ນງ້ອກ​ເຊີນ ​​ຕ້ອນຮັບ ທ່ານ Remo Carlotto
(ພາບ: PhuongHoa/TTXVN )

(vovworld) - ​ ​ຕອນ​ເຊົ້າ​ວັນ​ທີ 1/9, ຢູ່​ສຳ​ນັງານ​ສະພາ​ແຫ່ງ​ຊາດ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຮວິ່ນງ້ອກ​ເຊີນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ພັນທະ​ມິດ​ກຳ​ອຳນາດ​ຝ່າຍ​ຊ້າຍ​ແນວ​ໂຮມ​ເພື່ອ​ໄຊຊະນະ ອັກ​ຊັງ​ຕີນ ​ໂດຍ​ຫົວໜ້າ​ຄະນະ​ກຳມາ​ທິການ​ສິດ​ທິມະນຸດ​ສະພາ​ຕ່ຳ​ສະຫະພັນ Remo Carlotto ​ເປັນ​ຫົວໜ້າ​ຄະນະ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຮວິ່ນງ້ອກ​ເຊີນ ຖື​ວ່າ: 2 ຝ່າຍ​ຕ້ອງ​ເພີ່ມ​ທະວີ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ຫລາຍ​ດ້ານ, ​ເຮັດ​ໃຫ້ການ​ພົວພັນ​ເສດຖະກິດ, ການ​ຄ້າສົມ​ກັບ​ການ​ພົວພັນ​ມິດຕະພາບ​ລະຫວ່າງ ຫວຽດນາມ ​ແລະ ອັກ​ຊັງ​ຕີນ. ​ເມື່ອ​ເນັ້ນ​ໜັກ​ເຖິງ​ການ​ພົວພັນ​ລະ​ຫວ່າງ 2 ສະພາ​ແຫ່ງ​ຊາດ ຫວຽດນາມ - ອັກ​ຊັງ​ຕີນ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຮວິ່ນງ້ອກ​ເຊີນ ປາດ​ຖະໜາ​ວ່າ: 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ ​ແລະ ​ແລກປ່ຽນ​ບົດຮຽນ​ໃນ​ທຸກ​ຂົງ​ເຂດ​ເຄື່ອນໄຫວຂອງ​ສະພາ​ແຫ່ງ​ຊາດ​ຄື: ນິຕິບັນຍັດ, ຕິດຕາມ​ກວດກາ, ຕັດສິນ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ; ສົມ​ທົບ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ ຢູ່​ບັນດາ​ເວທີ​ປາ​ໄສລັດຖະສະພາ​ລະຫວ່າງ​ຊາດ​ຂອງ​ພາກ​ພື້ນ ​ແລະ ສາກົນ. ຫົວໜ້າ​ຄະນະ​ກຳມາ​ທິການ​ສິດ​ທິມະນຸດ​ສະພາ​ຕ່ຳ​ສະຫະພັນ Remo Carlotto ​ ຢືນຢັນ​ວ່າ, ອັກ​ຊັງ​ຕິນ ຍາມ​ໃດ​ກໍ່​ປາຖະໜາ​ຮັດ​ແໜ້ນ​ສາຍພົວພັນ​ລະຫວ່າງ​ອັກ​ຊັງ​ຕີນ ​ແລະ ຫວຽດນາມ, ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ສົມ​ກັບ​ການ​ພົວພັນ​ອັນ​ດີງາມ​ທີ່​ມີ​ຢູ່​ແລ້ວ​ລະຫວ່າງ​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ