ຫວຽດນາມແລະອິດສະຣາແອນຊຸກຍູ້ການຮ່ວມມືກ່ຽວກັບການສຶກສາແລະບຳລຸງສ້າງ

ຫວຽດນາມແລະອິດສະຣາແອນຊຸກຍູ້ການຮ່ວມມືກ່ຽວກັບການສຶກສາແລະບຳລຸງສ້າງ - ảnh 1
ພາບປະກອບຈາກສຳນັກຂ່າວສານ ຫວຽດນາມ

(vovworld) –  ​​ໃນ​ຂອບ​ເຂດ​ບັນດາ​ໂຄງການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາລະ​ຫວ່າງ ອິດສະຣ​າ​ແອນ ​ແລະ ຫວຽດນາມ, ​ແຕ່​ວັນ​ທີ 2 – 11/8, ບັນດາ​ຄູ​ສອນ ​ແລະ ນັກຮຽນ​ໂຮງຮຽນ ຮ່າ​ໂນ້ຍ - Amsterdam ​ໄດ້​ເຂົ້າ​ຮ່ວມ​ລາຍກາ​ນພິ​ເສດ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ ​​ຫຸ່ນ​ຍົນ ​ແລະ ​ເລີ່​ມດຳ​ເນີນ​ອາ​ຊີບຢູ່​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ​ HaKfar HaYaok ຂອງ ອິດ​ຣາ​ແອນ, ນີ້​ກໍ່​​ເປັນ​ຄັ້ງ​ທຳ​ອິດ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ​ຂອງ ຫວຽດນາມ ​ແລ​ະ ອິດ​ສະຣາ​ແອນ ຮ່ວມ​ມື​ໃນ​ຂົງ​ເ​ຂດການ​ສຶກສາ ​ແລະ ບຳລຸງ​ສ້າງ. ​ໃນ​ໄລຍະ​ຄົ້ນ​ຄ້ວາ​ຢູ່ ໂຮງຮຽນ​ມັດທະຍົມ​ຕອນ​ປາຍ​ HaKfar HaYaok, ບັນດາ​ນັກຮຽນ​ມີ​ໂອກາດ​ໄດ້​ເຄື່ອນ​ໄຫວ​ໃນ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ຮ່ຳຮຽນ​ຢ່າງ​ຄົບ​ຖ້ວນ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ​ທີ່​ສຸດ​ຂອງ ອິດສະຣາ​ແອນ ​ໃນ​ປະ​ຈຸບັນ. ພ້ອມ​ກັບ​ບັນດາ​ຊຸດ​ຮຽນ​ກ່ຽວ​ກັບ ​ຫຸ່ນ​ຍົນ, ຄະນະ​ນັກຮຽນ ຫວຽດນາມ ກໍ່​ໄດ້​ເຄື່ອນ​ໄຫວ​ໃນ​ສະພາບ​ແວດ​ລ້ອມ​ເລີ່​ມດຳ​ເນີ​ນອາຊີ​ບທີ່​ຂະຫຍັນ​ຂັນ​ເຄື່ອນ​ຢູ່​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ​ HaKfar HaYaok , ບ່ອນ​ທີ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ສະ​ພາບ​ແວ​ດລ້ອມ​ເລີ່​ມດຳ​ເນີນ​ອາ​ຊີບ​ໜຸ່ມ​ທີ່​ສຸດຢູ່ ອິດສະຣາ​ແອນ.

ຂ່າວ/ບົດ​ອື່ນ