ຫວຽດນາມແລະອິນໂດເນເຊຍຍູ້ແຮງແລະເປີດກວ້າງການຮ່ວມມືໃນທຸກຂົງເຂດ

(VOVWORLD) -ໃນຂອບເຂດການຢ້ຽມຢາມສ.ອິນໂດເນເຊຍຢ່າງເປັນທາງການ, ວັນທີ 22 ສິນຫາ, ຢູ່ສຳນັກງານສະພາແຫ່ງຊາດອິນໂດເນເຊຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ມີການພົບປະກັບທ່ານປະທານສະພາຜູ້ແທນປະຊາຊົນ (ສະພາຕ່ຳ) ອິນໂດເນເຊຍ Setya Novanto.

ຫວຽດນາມແລະອິນໂດເນເຊຍຍູ້ແຮງແລະເປີດກວ້າງການຮ່ວມມືໃນທຸກຂົງເຂດ - ảnh 1

 ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ

(ພາບປະກອບ)

 ທີ່ການພົບປະ, ການນຳ 2 ຝ່າຍໄດ້ເຫັນດີນຳກັນໂດຍຖືວ່າ, ຫວຽດນາມ ແລະ ອິນໂດເນເຊຍ ແມ່ນ 2 ປະເທດມີບົດບາດສຳຄັນໃນອາຊຽນ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ແບ່ງປັນບັນດາຜົນປະໂຫຍດ ແລະ ທັດສະນະທີ່ຄ້າຍຄືກັນ. 2 ຝ່າຍຕ້ອງມານະພະຍາຍາມເປີດກວ້າງການຮ່ວມມືນັບທັງຊອງພັກ, ລັດ, ສະພາແຫ່ງຊາດ ແລະ ບັນດາອົງການຈັດຕັ້ງປະຊາຊົນ… ຍູ້ແຮງການຮ່ວມມືລະຫວ່າງ 2 ປະເທດກ່ຽວກັບດ້ານເສດຖະກິດ, ການຄ້າ, ສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 8 ຕື້ USD ໃນປີ 2018 ແລະ ບັນລຸໄດ້ຄາດໝາຍ 10 ຕື້ USD ໂດຍໄວ; ຍູ້ແຮງການເຄື່ອນໄຫວຂອງບັນດາສະມາຊິກລັດຖະສະພາລະຫວ່າງ 2 ປະເທດເພື່ອແນໃສ່ຊຸກຍູ້ການຮ່ວມມື ແລະ ແລກປ່ຽນບົດຮຽນລະຫວ່າງ 2 ອົງການນິຕິບັນຍັດໃນໄລຍະຈະມາເຖິງ. 2 ຝ່າຍກໍ່ຕ້ອງສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີປາໄສພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ