ຫວຽດນາມແລະອານຊີຣີເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ

ຫວຽດນາມແລະອານຊີຣີເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຟ້າ​ມບິ່ງ​ມີງ ​​ຕ້ອນຮັບ
​ທ່ານ​ເອກ​ອັກຄະ​ລັດຖະທູດ​ ອານ​ເຊຣີ Mohamed Berrah
(ພາບ: Thống Nhất/TTXVN)

(vovworld) – ວັນ​ທີ 2/7, ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມີງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສາທາ​ລະນະ​ລັດ, ປະຊາທິປະ​ໄຕ ​ແລະ ປະ​ຊາ​ຊົນ ອານ​ເຊຣີ Mohamed Berrah ​ເນື່ອງ​ໃນ​ໂອກາດ​ທີ່ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລີ່​ມ​ປະຕິບັດ​ໜ້າ​ທີ່ການ​ທູດ​ຢູ່ ຫວຽ​ດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມີງ ຢືນຢັນ​ວ່າ: ລັດຖະບານພ້ອມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ຫວຽ​ດນາມ ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ​ປະຕິບັດສຳ​ເລັດ​ໜ້າ​ທີ່​ການ​ທູດເປັນ​ຢ່າງ​ດີ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າມບິ່ງ​ມີ​ງ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ Mohamed Berrah ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ເພີ່ມ​ທະວີ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ; ສືບ​ຕໍ່​ສົມທົບ​ກັນ ​ແລະ ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ທ່າ​ແຮງ​ຄື: ນ້ຳມັນ​ອາຍ​ແກ​ສ, ການ​ລົງທຶນ, ການ​ຄ້າ ​ແລະ ​ແຮງ​ງານ.

    ທ່ານ​ເອກ​ອັກຄະ​ລັດຖະທູດ Mohamed Berrah ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ: ຈະ​ມານະ​ພະຍາຍາມ​ປະກອບສ່ວນ​ສືບ​ຕໍ່​ພັດທະນາ, ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ຜ່ານ​ການ​ຊຸກຍູ້​ການແລກປ່ຽນ​ບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ 2 ປະ​ເທດ, ກໍ​ຄື​ການ​ຮ່ວມ​ມື ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ ລະຫວ່າງ​ອານ​ເຊຣີ -ຫວຽດນາມ ຢູ່​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ​ເວທີ​ປາ​ໄສຫຼາຍ​ຝ່າຍ. ທ່ານເອກ​ອັກຄະ​ລັດຖະທູດ Mohamed Berrah ຢືນຢັນ​ວ່າ: ທ່ານຈະ​ມານະ​ພະຍາຍາມຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປັບປຸງ ​ແລະ ​ເຮັດ​​ໃຫ້ການ​ພົວພັນມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ ຫວຽ​ດນາມ ​ແລະ ອານ​ເຊຣີ ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ຍິ່ງ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ