ຫວຽດນາມແລະແບນຊິກເຫັນດີເປີດກວ້າງການພົວພັນຮ່ວມມືສອງຝ່າຍ

(VOVWORLD) -ເສດຖະກິດແມ່ນເສົາຄ້ຳສຳຄັນໃນການຮ່ວມມືລະຫວ່າງຫວຽດນາມແລະແບນຊີກ
ຫວຽດນາມແລະແບນຊິກເຫັນດີເປີດກວ້າງການພົວພັນຮ່ວມມືສອງຝ່າຍ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຢ້ຽມຢາມຮາກຖານເສດຖະກິດ             ຈຳນວນຫນຶ່ງຂອງແບນຊິກ

ວັນທີ 19 ກັນຍາ, ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ແບນຊິກ ແລະ ສະຫະພາບ ເອີລົບ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ມີການເຮັດວຽກກັບຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງວຽກເຮັດງານທຳ ແລະ ເສດຖະກິດ ແບນຊິກ Kris Peeters, ພົບປະກັບທ່ານປະທານສະພາສູງ ແບນຊິກ Christine Defraigne ແລະ ພົບປະກັບຜູ້ວ່າການເຂດ Flanders,  Geert Bourgeois. ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ພົບປະກັບຂ້າຫລວງໃຫຍ່ກ່ຽວກັບສິ່ງແວດລ້ອມ, ການເດີນເຮືອ ແລະ ອາຊີບຫາປາ ຂອງ EU , Karmenu Vella. ທີ່ການເຮັດວຽກຄັ້ງຕ່າງໆນັ້ນ, ສອງຝ່າຍເຫັນດີສ້າງບັນດາແຜນການສົ່ງເສີມການຄ້າ, ການລົງທຶນ ແລະ ໂຄສະນາດ້ານວັດທະນະທຳຢູ່ແຕ່ລະປະເທດໂດຍໄວ, ຮັກສາການພົບປະຂັ້ນສູງ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນ, ສະຫນັບສະຫນູນເຊິ່ງກັນ ແລະກັນໃນບັນດາຂົງເຂດຮ່ວມມືຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈໃນບັນດາເວທີປາໄສຫລາຍຝ່າຍ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ: ເສດຖະກິດແມ່ນເສົາຄ້ຳສຳຄັນໃນການຮ່ວມມືລະຫວ່າງສອງປະເທດ, ສອງຝ່າຍເຫັນດີມີບັນດາມາດຕະການຕັ້ງຫນ້າກວ່າອີກ ເພື່ອຫນູນຊ່ວຍການເຄື່ອນໄຫວ ຂາອອກຂາເຂົ້າ, ສົ່ງເສີມບັນດາວິສາຫະກິດລົງທຶນໃນບັນດາຂົງເຂດເໝາະສົມກັບການບຸລິມະສິດ ແລະ ທ່າແຮງຂອງສອງຝ່າຍຄື: ການຂົນສົ່ງທາງທະເລ, ການບໍລິການພະລາທິການ, ເຕັກໂນໂລຊີຂຽວ, ກະສິກຳ, ພະລັງງານຜະລິດຄືນໃຫມ່, ສາທາລະນະສຸກ. ສອງຝ່າຍຈະຮ່ວມມືກັນຢ່າງແຫນ້ນແຟ້ນເພື່ອຊຸກຍູ້ວິວັດການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາ EVFTA ໃນການຊຸກຍູ້ການພົວພັນດ້ານເສດຖະກິດລະຫວ່າງບັນດາປະເທດສະມາຊິກໃນ EU, ໃນນັ້ນ ມີແບນຊິກ ກັບ ຫວຽດນາມ.

ໃນຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ສິ້ນສຸດການຢ້ຽມຢາມ ແລະເຮັດວຽກຢູ່ ແບນຊິກ ແລະ ສະຫະພາບເອີລົບ ຢ່າງຈົບງາມ, ອອກຈາກ ບຣຸກແຊນເດີນທາງໄປຢ້ຽມຢາມ Bratislava, ເລີ່ມຕົ້ນການຢ້ຽມຢາມ ສະໂລວາກີ. 

ຕອບກັບ

ຂ່າວ/ບົດ​ອື່ນ