ຫວຽດນາມໂຄສະນາການທ່ອງທ່ຽວທີ່ ງານວາງສະແດງໜັງສືພິມ “ມະນຸດ ສະທຳ” ຢູ່ຝະລັ່ງ.

      ຫວຽດນາມໂຄສະນາການທ່ອງທ່ຽວທີ່ ງານວາງສະແດງໜັງສືພິມ “ມະນຸດ ສະທຳ” ຢູ່ຝະລັ່ງ. - ảnh 1
ງານວາງສະແດງໜັງສືພິມ“ມະນຸດສະທຳ” ຄັ້ງທີ 84 ຊຶ່ງຖືກຈັດຂຶ້ນຢູ່ເຂດຊານນະຄອນປາຣີ

(vovworld)- ​ໃນ​ຂອບ​ເຂດງານວາງສະແດງໜັງສືພິມ“ມະນຸດສະທຳ” ຄັ້ງທີ 84 ຊຶ່ງຖືກຈັດຂຶ້ນຢູ່ເຂດ ຊານນະຄອນ ປາຣີ, ວັນທີ 11/9 ເລຂາທິການພັກກອມມູນິດ ຝະລັ່ງ ທ່ານ Pierre Laurent ​ໄດ້​​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ເລ​ຫາຍ​ແຄ້ງ ຊຶ່ງ​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຝະລັ່ງ.   ທີ​່ການ​ຕ້ອນຮັບ, ເລຂາທິການພັກກອມມູນິດ ຝະລັ່ງ ທ່ານ Pierre Laurent ​ໄດ້ກ່າວ​ຢ້ຳຄືນ​ກ່ຽວ​ກັບ​ສາຍ​ພົວພັນ​ຢ່າງ​ສະໜິດ​ແໜ້ນ​ລະຫວ່າງ 2 ພັກ ຊຶ່ງ​ໄດ້​ຮັບ​ການ​ກໍ່ສ້າງ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ໃນ​ຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ພ້ອມ​ທັງ​ມີ​ຄວາມ​ເປັນ​ກຽດ​ໄດ້​ເຊື້ອ​ເຊີນ​ຫວຽດນາມ​ມາ​​ເຂົ້າ​ຮ່ວມ “ ຂອບ​ເຂດກຸ່ມ​ວິ​ສາ​ຫະກິດ” ​ໃນ​ຂອບເຂດງານວາງສະແດງ ໜັງສືພິມ“ມະນຸດສະທຳ”ປີນີ້ໃນຖານະ ແມ່ນແຂກຜູ້ທີ່ມີກຽດ. ທ່ານ Pierre Laurent ຊີ້ແຈ້ງວ່າ ຜົນສຳເລັດຂອງການ ເຄື່ອນໄຫວປີຫວຽດນາມ ຢູ່ຝະລັ່ງ 2014 , ຊຶ່ງເປັນການຢັ້ງຢືນວ່າ 2 ຝ່າຍມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ​ເພື່ອ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ໃນ​ອະນາຄົດ.

   ສ່ວນ​ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ເລ​ຫາຍ​ແຄ້ງ ຢືນຢັນ​ວ່າ ຫວຽດນາມ​ຍາມ​ໃດ​ກໍ​ຖື​ຝະລັ່ງ​ແມ່ນ​ຕະຫຼາດ​ຈຸດ​ສຸມ​ກ່ຽວ​ກັບການທ່ອງ​ທ່ຽວ, ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ຝະລັ່ງ​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ​ໄດ້​ພັດທະນາ​ຢ່າງ​ແຂງ​ແຮງ​ໃນ​ໄລຍະ​ທີ່​ຜ່ານ​ມາ ​ແລະ ຍັງ​ມີ​ຄວາມ​ສາມາດ​ບົມຊ້ອນ​ຫຼາຍ​ຢ່າງ​ເພື່ອ​ສືບ​ຕໍ່​ພັດທະນາ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ