ຫວຽດນາມໃຫ້ຄຳໝັ້ນສັນຍາປະກອບສ່ວນເພີ່ມທະວີບົດບາດຂອງECOSOC

ຫວຽດນາມໃຫ້ຄຳໝັ້ນສັນຍາປະກອບສ່ວນເພີ່ມທະວີບົດບາດຂອງECOSOC - ảnh 1
ທ່ານ​ນາງ ຫງວຽນ​ເຟືອງ​ງາ ທີ່ກອງ​ປະ​ຊຸມ​ຂອງ ສ​ປ​ຊ
(ພາບ: TTXVN)

(vovworld) – ວາ​ລະ​ປຶກ​ສາ​ຫາ​ລື​ລວມ​ຂັ້ນ​ສູງ​ຂອງ​ສະ​ພາ​ເສດ​ຖະ​ກິດ - ສັງ​ຄົມ (ECOSOC) ແລະ ເວ​ທີ​ປາ​ໄສ​ການ​ເມືອງ​ຂັ້ນ​ສູງ ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ດຳ​ເນີນ​ໄປ​ໃນ​ວັນ​ທີ 8/7, ທີ່ສຳ​ນັກ​ງານ ສ​ປ​ຊ, ຢູ່​ນະ​ຄອນ ນິວ​ຢອກ, ປະ​ເທດ​ອາ​ເມ​ລິ​ກາ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ວາ​ລະ​ປະ​ຊຸ​ມ​ຂັ້ນ​ສູງ​ປະ​ຈຳ​ປີ​ຂອງ ECOSOC, ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ຮ່ວມ​ມື​ພັດ​ທະ​ນາ, ການ​ເງິນ​ ​ປະ​ເທດຕ່າງໆ. ຫົວ​ຂໍ້​ຕົ້ນ​ຕໍ​ຂອງວາ​ລະ​ປຶກ​ສາ​ຫາ​ລື​ປີນີ້​ແມ່ນ “ບັນ​ດາ​ບັນ​ຫາ​ໃນ​ວິ​ວັດ​ການ​ຫັນ​ປ່ຽນ​ຈາກ​ເປົ້າ​ໝາຍ​ສະ​ຫັດ​ສະ​ຫວັດ (MDGs) ຜ່ານ​ບັນ​ດາ​ເປົ້າ​ໝາຍ​​ພັດ​ທະ​ນາແບບ​ຍືນ​ຍົງ (SDGs)”

        ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື, ທ່ານ​​ນາງ ຫງວຽນ​ເຟືອງ​ງາ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໄດ້​ຊີ້​ແຈ້ງ​ບັນ​ດາ​ຜົນ​ງານ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ MDGs. ໃນ​ນັ້ນ​ຢັ້ງ​ຢືນ ຫວຽດ​ນາມ ບັນ​ລຸ​ໄດ້​ເກືອບ​ ​ບັນ​ດາ MDGs ​ເກືອບທັງ​ໝົດ ແລະ ພວມ​ຢູ່​ໃນ​ວິ​ວັດ​ການ​ປະ​ຕິ​ບັດ SDGs ຕາມ​ທິດ​ນຳ​ຖື​ມະ​ນຸດ​ເປັນ​ໃຈ​ກາງ​ຂອງ​ທຸກໆ​ນະ​ໂຍ​ບາຍ​ພັດ​ທະ​ນາ. ທ່ານ​ນາງ ຫງວຽນ​ເຟືອງ​ງາ ແບ່ງ​ປັນ​ເລື່ອງ​ປະ​ຕິ​ບັດ​ສຳ​ເລັດ​ໂຄງ​ການ​ດຳ​ເນີນ​ງານ​ພັດ​ທະ​ນາ​ໃໝ່​ຮຽກ​ຮ້ອງ​ຕ້ອງ​ມີ​ເຈດ​ຈຳ​ນົງ ແລະ ຄຳ​ໝັ້ນ​ສັນ​ຍາ​ຂອງ​ທຸກໆ​ປະ​ເທດ, ພິ​ເສດ​ແມ່ນ​ການ​ໜູນ​ຊ່ວຍ​ທີ່​ຈຳ​ເປັນ​ຂອງ​ບັນ​ດາ​ປະ​ເທດ​ພັດ​ທະ​ນ​ທີ່​ມີ​ຕໍ່​ກ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ, ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ ECOSOC ໃນ​ວິ​ວັດ​ຜັນ​ຂະ​ຫຍາຍ​ການປະ​ຕິ​ບັດ​ບັນ​ດາ SDGs. ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ຈະ​ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ບົດ​ບາດ​ຂອງ ECOSOC ແລະ ປາດ​ຖະ​ໜາ​ຢາກ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​​ຈາກ​ປະ​ເທດ​ຕ່າງໆ​ເພື່ອ​ໃຫ້ ຫວຽດ​ນາມ ກາຍ​ເປັນ​ສະ​ມາ​ຊິກ​ຂອງ ECOSOC ອາ​ຍຸ​ການ 2016 – 2018.


ຂ່າວ/ບົດ​ອື່ນ