ຫວຽດນາມໃຫ້ຄຳໝັ້ນສັນຍາສືບຕໍ່ປະກອບສ່ວນຕັ້ງໜ້້າເຂົ້າໃນວຽກງານລວມຂອງECOSOC

ຫວຽດນາມໃຫ້ຄຳໝັ້ນສັນຍາສືບຕໍ່ປະກອບສ່ວນຕັ້ງໜ້້າເຂົ້າໃນວຽກງານລວມຂອງECOSOC - ảnh 1
ທ່ານນາງ ດັ້ງທິງອກທິ້ງ ທີ່ກອງປະຊຸມ
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) –  ວັນ​ທີ 18/7, ທີ່​ວາລະ​ປະຊຸມ​ຂັ້ນ​ສູງ​ຂອງ​ສະພາ​ເສດຖະກິດ - ສັງຄົມ ສປຊ (ECOSOC) ​ໄດ້​ໄຂ​ຂຶ້ນ​ທີ່​ສຳນັກງານ ສປຊ ຢູ່ນິວຢອກ, ປະ​ເທດ ອາ​ເມ​ລິ​ກາ. ນີ້​ແມ່ນ​ວາລະ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ທຳ​ອິດ​ຂອງ ECOSOC ທີ່ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ດ້ວຍ​ຖານະ​ເປັນ​ສະມາຊິກ​ອາຍຸ​ການ 2016 – 2018. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິ້ງ ນຳ​ໜ້າ. ວາລະປະຊຸມ​ປີ​ນີ້​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພື່ອ​ຫັນ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ໂຄງການ​ດຳ​ເນີນ​ງານ 2030 ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ, ​ໃນ​ນັ້ນ​ສຸມ​ໃສ່​ເຂົ້າ​ຫົວຂໍ້ “ບໍ່​​ໃຫ້​ຜູ້​ໃດ​ຖືກ​ປະ​ໄວ້​ທາງ​ຫຼັງ”.

        ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ​ຂັ້ນ​ສູງ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິ້ງ ​ເນັ້ນໜັກ​​ເຖິງຄວາມ​ຈຳ​ເປັນ​ຕ້ອງ​ປ່ຽນ​ແປງ​ຈີນຕະນາ​ການ​ພັດທະນາ, ພິ​ເສດ​ແມ່ນ​ຍາມ​ໃດ​ກໍ່​ຮັບປະກັນ​ການ​ສົມທົບກັນ​ຢ່າງ​ຄົບ​ຖ້ວນ ​ແລະ ກົມກຽວ​ທັງ 3 ​ເສົ້າ​ຄ້ຳ​ເສດ​ຖະກິດ, ສັງຄົມ ​ແລະ ສິ່ງ​ແວດລ້ອມ. ທ່ານ​ນາງ ດັ້ງ​ທິງ​ອກທິ້ງ ຢັ້ງຢືນ​ວ່າ: ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ວຽກ​ງານ​ລວມຂອງ ECOSOC ​ແລະ ຊຸກຍູ້​ການ​ປະຕິບັດ​ໂຄງການ​ດຳ​ເນີນ​ງານ 2030 ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ​ຢ່າງ​ເຂັ້ມ​ງວດ ດ້ວຍ​ຄວາມ​ຕັດສິນ​ໃຈດ້ານ​ການ​ເມືອງ​ສູງ​ສຸດ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ເມື່ອ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ “ສຽງ​ຮ້ອງ​ຈາກ​ທຳ​ມະ​ຊາດ”, ທ່ານ​ນາງ ດັ້ງ​ທິງ​ອກທິ້ງ ຮຽກຮ້ອງ​​ໃຫ້​ບັນດາ​ປະ​ເທດ, ສປຊ, ບັນດາ​ອົງການ​ຈັດ​ຕັ້ງສາກົນ ​ແລະ ປະຊາຊົນ​ທຸກ​ຄົນ​ຈົ່ງ​ເຄົາລົບ, ຕິດ​ພັນ ​ແລະ ປົກ​ປັກ​ຮັກສາ​ທຳ​ມະ​ຊາດ.


ຂ່າວ/ບົດ​ອື່ນ