ຫວຽດນາມໄດ້ກະກຽມໃຫ້ກອງປະຊຸມສຸດຍອດອາຊຽນ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ

(VOVWORLD) -ຕອນບ່າຍວັນທີ 09 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ຈັດກອງປະຊຸມຖະແຫຼງຂ່າວສາກົນກ່ຽວກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.

ຫວຽດນາມໄດ້ກະກຽມໃຫ້ກອງປະຊຸມສຸດຍອດອາຊຽນ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ - ảnh 1 ກອງປະຊຸມຖະແຫຼງຂ່າວ

(ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໊ວກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ, ໃຫ້ຮູ້ວ່າ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຈະດຳເນີນໃນລະຫວ່າງວັນທີ 12 – 15 ພະຈິກ, ຕາມຮູບການອອນລາຍ.

        “ກອງປະຊຸມແມ່ນໂອກາດເພື່ອໃຫ້ອາຊຽນ ຕີລາຄາໂດຍສັງເຂບບັນດາໝາກຜົນຂອງການຮ່ວມມືໃນທັງປີ ສຳລັບບັນດາການເຄື່ອນໄຫວພາຍໃນກຸ່ມ ກໍ່ຄືການຮ່ວມມືກັບບັນດາຄູ່ຮ່ວມມື ແລະ ວາງອອກບັນດາການກຳນົດທິດບຸລິມະສິດໃຫ້ແກ່ໄລຍະຕໍ່ໆໄປ. ນີ້ກໍ່ແມ່ນໂອກາດໜຶ່ງດຽວໃນປີເຊິ່ງການນຳອາຊຽນ ຈັດກອງປະຊຸມກັບການນຳບັນດາຄູ່ຮ່ວມມືສຳຄັນຂອງອາຊຽນ ເກືອບທັງໝົດ.”

        ຄາດວ່າ, ຈະມີການເຄື່ອນໄຫວຂັ້ນສຸດຍອດ 20 ຄັ້ງໃນຄັ້ງນີ້ຄື: ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37, ກອງປະຊຸມສຸດຍອດອາຊຽນ +1 ກັບຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ, ອິນເດຍ…

        ກ່ຽວກັບເອກະສານ, ຄາດວ່າບັນດາການນຳຈະຮັບຮອງເອົາ, ຮັບຮູ້ ແລະ ປະກາດເອກະສານກວ່າ 80 ສະບັບ.

        ເມື່ອເຕື້ອງເຖິງຄວາມເປັນໄປໄດ້ຂອງບັນດາປະເທດລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນຂອບເຂດກອງປະຊຸມຄັ້ງນີ້. ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ໃຫ້ຮູ້ວ່າ, ປະຈຸບັນການເຈລະຈາໄດ້ສຳເລັດແລ້ວ. ບັນດາປະເທດພວມສົ່ງເສີມບັນດາລະບຽບການຢູ່ພາຍໃນເພື່ອສາມາດລົງນາມໃນວັນທີ 15 ພະຈິກຈະມາເຖິງ.

        ກ່ຽວກັບການພົວພັນລະຫວ່າງອາຊຽນ ແລະ ອາເມລິກາ ໃນສະພາບການທີ່ປະເທດອາເມລິກາ ຫາກໍ່ສິ້ນສຸດການເລືອກຕັ້ງປະທານາທິບໍດີ, ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ໃຫ້ຮູ້ວ່າ, ອາຊຽນ ຍາມໃດກໍ່ຊົມເຊີຍເລື່ອງ ອາເມລິກາ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ