ຫົວໜ້າກົມໃຫຍ່ການເມືອງກອງທັບ ປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) -   ສອງຝ່າຍໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ, ສືບຕໍ່ສຸມໃສ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍວຽກງານການໂຄສະນາ, ສຶກສາອົບຮົບທາງດ້ານປະຫວັດສາດ, ຄວາມໝາຍ, ຄວາມສຳຄັນຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ກອງທັບປະຊາຊົນສອງປະເທດໃຫ້ມີປະສິດທິຜົນ.
ຫົວໜ້າກົມໃຫຍ່ການເມືອງກອງທັບ ປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1ການເຈລະຈາລະຫວ່າງສອງຝ່າຍ
(ພາບ:VOV)

ຕອນເຊົ້າວັນທີ 26 ກັນຍາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ເລືອງເກື່ອງ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ, ເປັນປະທານພິທີຕ້ອນຮັບ ແລະ ເຈລະຈາກັບຄະນະຜູ້ແທນການເມືອງຂັ້ນສູງໂດຍ ພົນໂທ ທອງລອຍ ສີລິວົງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ເປັນຫົວໜ້າຄະນະ.

        ທີ່ການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ, ສືບຕໍ່ສຸມໃສ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍວຽກງານການໂຄສະນາ, ສຶກສາອົບຮົບທາງດ້ານປະຫວັດສາດ, ຄວາມໝາຍ, ຄວາມສຳຄັນຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ກອງທັບປະຊາຊົນສອງປະເທດໃຫ້ມີປະສິດທິຜົນ. ເພີ່ມທະວີການພົວພັນແລກປ່ຽນ, ການຮ່ວມມືລະຫວ່າງບັນດາອົງການ, ກົມກອງສອງຝ່າຍໂດຍຜ່ານບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ; ສົມທົບກັນແບ່ງປັນບົດຮຽນໃນວຽກງານການກໍ່ສ້າງ, ປັບປຸງຮາກຖານການເມືອງຢູ່ທ້ອງຖິ່ນ; ຮັກສາຮູບແບບການເຄື່ອນໄຫວແຮກສ່ຽວ “ປ້ອມ - ດ່ານມິດຕະພາບ, ຊາຍແດນສະຫງົບສຸກ” ຢ່າງມີປະສິດທິຜົນ; ຂະບວນການເຂດຊຸມຊົນເປັນແຮກສ່ຽວຢູ່2 ຟາກຊາຍແດນຂອງສອງປະເທດ. ສືບຕໍ່ຖືເປັນສຳຄັນການຮ່ວມມືບຳລຸງກໍ່ສ້າງ, ການພັດທະນາແຫຼ່ງຊັບພະຍາກອນມະນຸດ; ສືບຕໍ່ສົມທົບກັນ, ຊີ້ນຳວຽກງານຊອກຫາ, ທ້ອນໂຮມ, ສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ເສຍສະຫຼະຊີວິດຢູ່ລາວກັບຄືນເມືອປະເທດ. ເພີ່ມທະວີການສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສ ແລະ ກົນໄກຫຼາຍຝ່າຍ…

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ຄະນະຜູ້ແທນການເມືອງຂັ້ນສູງ ກອງທັບປະຊາຊົນລາວ ນຳໂດຍທ່ານພົນໂທ ທອງລອຍ ສີລິວົງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ