ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວຢ້ຽມຢາມຫວຽດນາມຢ່າງເປັນທາງການ

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານພົນໂທ ຟານວັນຢາງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ສຸວອນ ເລືອງບຸນມີ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 13 – 17 ພຶດສະພາ 2018

ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1 ທ່ານພົນໂທ ຟານວັນຢາງ ແລະທ່ານພົນໂທສຸວອນ ເລືອງບຸນມີ ພ້ອມກັບຄະນະຜູ້ແທນຖ່າຍຮູບເປັນທີ່ລະນຶກ

(ພາບ: Duong Giang/TTXVN)

ໃນຕອນເຊົ້າວັນທີ 14 ພຶດສະພາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານ ພົນໂທ ຟານວັນຢາງ ໄດ້ເປັນປະທານການຕ້ອນຮັບທ່ານພົນໂທ ສຸວອນ ເລືອງບຸນມີ ແລະ ບັນດາສະມາຊິກຄະນະຜູ້ແທນການທະຫານຂັ້ນສູງແຫ່ງ ສປປ.ລາວ. ພາຍຫຼັງພິທີຕ້ອນຮັບ, ທ່ານພົນໂທ ສຸວອນ ເລືອງບຸນມີ ແລະ ບັນດາສະມາຊິກໃນຄະນະ ໄດ້ເຂົ້າຢ້ຽມຂໍ່ານັບທ່ານພົນເອກ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.

        ແລະກໍໃນຕອນເຊົ້າຂອງວັນດຽວກັນ, ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ໂດຍທ່ານພົນໂທ ຟານວັນຢາງ ເປັນຫົວໜ້າຄະນະ ໄດ້ມີການໂອ້ລົມສົນທະນາກັບຄະນະຜູ້ແທນການທະຫານຂັ້ນສູງແຫ່ງ ສປປ.ລາວ ໂດຍທ່ານ ພົນໂທ ສຸວອນ ເລືອງບຸນມີ ເປັນຫົວໜ້າຄະນະ. ສອງຝ່າຍໄດ້ເຫັນດີເປັນເອກະພາບ ຈະເພີ່ມທະວີສົມທົບລະຫວ່າງກຳລັງປ້ອງກັນຊາຍແດນ, ກຳລັງຕໍ່ສູ້, ກຳລັງປ້ອງກັນ ແລະ ຕ້ານອາດຊະຍະກຳຂ້າມຊາຍແດນປະເພດຕ່າງໆ ເປັນປະຈຳຢ່າງມີປະສິດທິຜົນ, ພິເສດແມ່ນອາດຊະຍະກຳຄ້າຂາຍຢາເສດຕິດ; ຜັນຂະຫຍາຍວຽກງານບຳລຸງສ້າງຖັນແຖວພະນັກງານ, ນັກຊ່ຽວຊານການທະຫານ; ຝຶກອົບຮົມວຽກງານພັກ, ວຽກງານການເມືອງ; ຝຶກອົບຮົມເພື່ອຮັບປະກັນດ້ານການພະລາທິການ ແລະເຕັກນິກ ສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ; ພົບປະແລກປ່ຽນບົດຮຽນ, ໜູນຊ່ວຍເຊິ່ງກັນແລະກັນໃນວຽກງານການກໍ່ສ້າງແຫຼ່ງກຳລັງ ແລະ ຍົກສູງຄວາມຮູ້ຄວາມສາມາດກຽມພ້ອມສູ້ຮົບຂອງກອງທັບເປັນປະຈຳ.

ຕອບກັບ

ຂ່າວ/ບົດ​ອື່ນ