ຫົວໜ້າຄະນະກຳມະການກວດກາສູນກາງ ໂງວັນຢູ ເຮັດວຽກຢູ່ຊອກຈັງ

ຫົວໜ້າຄະນະກຳມະການກວດກາສູນກາງ ໂງວັນຢູ ເຮັດວຽກຢູ່ຊອກຈັງ - ảnh 1
ທ່ານ ໂງ​ວັນ​ຢູ ຫົວໜ້າຄະນະ​ກຳມະການ​ກວດກາ​ສູນ​ກາງ
ເຮັດວຽກຢູ່ຊອກຈັງ (ພາບອິນເຕີແນດ)

(vovworld) - ຕອນ​ເຊົ້າວັນ​ທີ 13/12, ຄະນະ​ປະຕິບັດ​ງານ​ຂອງຄະນະ​ກຳມະການ​ກວດກາ​ສູນ​ກາງ ​​ໂດຍ​ທ່ານ ໂງ​ວັນ​ຢູ ​​ເລຂາ​ສູນ​ກາງ​ພັກ, ຫົວໜ້າຄະນະ​ກຳມະການ​ກວດກາ​ສູນ​ກາງ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ແຂວງ ຊອກ​ຈັງ, ​ເພື່ອ​ກວດກາ​ສະພາບ​ການ​ປະຕິບັດ ຂໍ້​ກຳນົດ​ເລກ 51 ຂອງ​ຄະນະ​ເລຂາ ກ່ຽວ​ກັບ​ໜ້າ​ທີ່ ​ແລະ ​ການ​​ພົວພັນວຽກ​ງານ​ຂອງ​ຄະນະ​ປະຈຳ​ອົງຄະ​ນະ​ພັກ​ແຂວງ, ກ່າວ​ຄວາມ​ເຫັນ​ສະຫຼຸບ​ການ​ເຮັດ​ວຽກ, ທ່ານ ​ໂງ​ວັນ​ຢຸ ​ໃສ່​ໃຈ​ວ່າ: ຄະນະ​ປະຈຳ​ອົງຄະ​ນະ​ພັກ​ແຂວງ ຊອກ​ຈັງ ຄວນ​ມີ​ການ​ສົມທົບ​ກັນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ຕໍ່ໜ້າ, ​ແລະ ກຳນົດ​ທິດ​ພັດທະນາ​ໃນ​ໄລຍະ​ຍາວ. ​ເສີມ​ຂະຫຍາຍ​ພູມ​ປັນຍາ​ຂອງຄະນະ​ປະຈຳ​ອົງຄະ​ນະ​ພັກ​ແຂວງ, ປະຕິບັດ​ຕາມ​ຫຼັກການ ​ແຕ່​ຕ້ອງ​ມີ​ທິດ​ບຸກທະລຸ, ຕ້ອງ​ຍົກ​ສູງ​ລັກສະນະ​ເປັນ​ແບບຢ່າງ ​ແລະ ຕື່ນ​ຕົວ​ໃນ​ການ​ປະຕິບັດ​ຫຼັກການ​ລວມສຸນ, ປະຊາທິປະ​ໄຕ, ລະບຽບ​ການ​ເຮັດ​ວຽກ ​ແລະ ບັນດາ​ຂໍ້​ກຳນົດ​ອື່ນໆ​ໃນ​ພັກ, ​ເພື່ອ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ໃຫ້​ດີ.

 

 

ຂ່າວ/ບົດ​ອື່ນ