ຫົວໜ້າຄະນະຂົນຂວາຍປຊຊສູນກາງຢ້ຽມຢາມແລະອວຍພອນສະມາຄົມສາສະໜາໂປແຕັກຕັງຫວຽດນາມ

ຫົວໜ້າຄະນະຂົນຂວາຍປຊຊສູນກາງຢ້ຽມຢາມແລະອວຍພອນສະມາຄົມສາສະໜາໂປແຕັກຕັງຫວຽດນາມ - ảnh 1
(ທ່ານ​ນາງ ເຈືອງ​ທິ​ມາຍ ອວຍ​ພອນສະ​ມາ​ຄົມ​ສາ​ສະ​ໜາ​
ໂປ​ແຕັກ​ຕັງ​ຫວຽດ​ນາມ (ທາງ​ພາກ​ເໜືອ)

(vovworld) - ເນື່ອ​ງ​ໃນ​ໂອ​ກາດ​ວັນ​ບຸນ​ຄຼິ​ດ​ສະ​ມາດ ປີ 2016, ຕອນ​ເຊົ້າ​ວັນ​ທີ 17/12, ຢູ່​ຮ່າ​ໂນ​້ຍ, ທ່ານ​ນາງ ເຈືອງ​ທິ​ມາຍ, ຫົວ​ໜ້າ​ຄະ​ນ​ະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ ໄດ້​ລົງ​ຢ້ຽມ​ຢາມ, ອວຍ​ພອນສະ​ມາ​ຄົມ​ສາ​ສະ​ໜາ​ໂປ​ແຕັກ​ຕັງ​ຫວຽດ​ນາມ (ທາງ​ພາກ​ເໜືອ) ບາດຫຼວງ​ ຫງວຽນ​ຮິວ​ໝາກ, ປະທານສະ​ມາ​ຄົມ​ດັ່ງ​ກ່າວ. ທີ່​ການ​ຢ້ຽມ​ຢາມ, ທ່ານ​ນາງ ເຈືອງ​ທິ​ມາຍ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ ບາດຫຼວງ​ ຫງວຽນ​ຮິວ​ໝາກ ຈະ​ສືບ​ຕໍ່​ນຳ​ພາ, ລະ​ດົມ​ກຳ​ລັງ​​ແກ່​ບັນ​ດາຜູ້​ມີ​ຍົດ​ສັກຕຳ​ແໜ່ງ​ທາງ​ສາ​ສະ​ໜາ, ສາ​ສະ​ນິກ​ກະ​ຊົນ​ຜູ້​ເຊື່ອ​ຖື​ສາ​ສະ​ນາ​ໂປ​ແຕັກ​​ຕັງ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ຮັກ​ຊາດກວ່າ​ອີກ, ສະ​ໜິດ​ຕິດ​ພັນ​ຮ່ວມ​ເດີນ​ທາງ​ພ້ອມກ​ັບ​ຊາດ, ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ພາ​ລະ​ກິດ​ສ້າງ​ສາ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ໃຫ້​ນັບ​ມື້​ນັບ​ເຂັ້ມ​ແຂງກວ່າ.

ຂ່າວ/ບົດ​ອື່ນ